ປະທານາທິບໍດີ Duterte ຮຽກຮ້ອງກອງທັບອາເມລິກາກະກຽມຖອນອອກຈາກຟິລິບປີນ

ປະທານາທິບໍດີ Duterte ຮຽກຮ້ອງກອງທັບອາເມລິກາກະກຽມຖອນອອກຈາກຟິລິບປີນ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrigo Duterte
(ພາບ​ປະ​ກອບ: newsinfo.inquirer.net)

(vovworld) - ວັນ​ທີ 16/12, ໃນ​ການ​ກະ​ທຳ​ອາດ​ຈະ​ກໍ່​ຄວາມ​ເສຍ​ຫາຍ​ເຖິງ​ການ​ພົວ​ພັ​​ນ​ສຳ​ພັນ​ທະ​ມິດ 2 ຝ່າຍ​ອາ​ເມ​ລິ​ກາ ແລະ ຟິ​ລິບ​ປີນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຟິ​ລິບ​ປີນ Rodrigo Duterte ໄດ້​ແຈ້ງ​ໃຫ້ອາ​ເມ​ລິ​ກາ​ ຊາບວ່າ ວໍ​ຊິງ​ເຕັນ ຕ້ອງ​ກະ​ກຽມ​ໃຫ້​ເລື່ອງຍົກ​ເລ​ີກ​ສັນ​ຍາ​ຕົກ​ລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສຳ​ຄັນລະ​ຫວ່າງ 2 ປະ​ເທດ. ກ່​າ​ວ​ຄຳ​ເຫັນ​ຕໍ່​ການ​ປະ​ຊຸມ​ຂ່າວ ພາຍ​ຫຼັງ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່​ກຳ​ປູ​ເຈ​ຍ ແລະ ສິງ​ກະ​ໂປ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Duterte ໄດ້​ຖະ​ແຫຼງ​ວ່າ ອາ​ເມ​ລິ​ກາ ຈົ່ງ​ກະ​ກຽ​ມ​ໃຫ້​ເລື່ອງ​ຍົກ​ເລີກ​ຂໍ້​ຕົກ​ລົງ​ບັນ​ດາ​ກຳ​ລັງ​ຢ້ຽ​ມ​ຢາມ​ຊຶ່ງ​ກັນ ແລະ ກັນ​, ເອ​ກະ​ສານ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາ​ດໂດຍ​ທັນ​ທີເຊິ່ງ 2 ປະ​ເທດ​ລົງ​ນາມ​ເມື່ອ​ປີ 1998. ທ່ານກໍ່​ຢືນ​ຢັນ​ວ່າ, ຟິ​ລິບ​ປີນ ສາ​ມາດ​ຄົງ​ຕົວ “ຫາກບໍ່​ຕ້ອງ​ການ​ເງິນທຶນ​ຂອງ​ອາ​ເມ​ລິ​ກາ”, ພາຍ​ຫຼັງ​ອົງ​ການ​ອຸ​ປະ​ຖ​ຳ​ອາ​ເມ​ລິ​ກາ ໂຈະ​ຂໍ້​ຕົກ​ລົງ​ສະ​ໜອງ​ເງິນ​ໃຫ້​ບັນ​ດາ​ໂຄງ​ການ​ຕ້ານ​ໄພ​ອຶດ​ຫິວທຸກ​ຍາກ​ຢູ່​ປະ​ເທດນີ້.

ຂ່າວ/ບົດ​ອື່ນ