ປະ​ທານ​າ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ຈະ​ຢ້ຽມ​ຢາມ​ອິນ​ເດຍ​ໃນ​ເວ​ລາ​ໃກ້ໆ​ນີ້

(VOVWORLD) - ການພົວພັນ ລັດເຊຍ - ອິນເດຍໄດ້ສ້າງຕັ້ງບົນພື້ນຖານ “ຄູ່ຮ່ວມມືຍຸດທະສາດພິເສດ ແລະ ສິດທິພິເສດ”, ຄືທ່ານປະທານາທິບໍດີ Putin ເຄີຍຢັ້ງຢືນໃນສານອວຍພອນວັນສາທາລະນະລັດ ອິນເດຍເມື່ອເດືອນມັງກອນ ປີ 2025.

ວັນທີ 27 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຢັ້ງຢືນເລື່ອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະໄປຢ້ຽມຢາມອິນເດຍຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi . ທ່ານກໍ່ໃຫ້ຮູ້ຕື່ມອີກວ່າບັນດາວຽກງານກະກຽມໃຫ້ແກ່ການຢ້ຽມຢາມພວມໄດ້ດຳເນີນ ໄປແຕ່ບໍ່ເຜີຍເວລາລະອຽດ.

ທ່ານ Lavrov ເນັ້ນໜັກວ່າ ການພົວພັນ ລັດເຊຍ - ອິນເດຍໄດ້ສ້າງຕັ້ງບົນພື້ນຖານ “ຄູ່ຮ່ວມມືຍຸດທະສາດພິເສດ ແລະ ສິດທິພິເສດ”, ຄືທ່ານປະທານາທິບໍດີ Putin ເຄີຍຢັ້ງຢືນໃນສານອວຍພອນວັນສາທາລະນະລັດ ອິນເດຍເມື່ອເດືອນມັງກອນ ປີ 2025.

ການຢ້ຽມຢາມໄດ້ຮັບຄວາມຄາດຫວັງຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ ແລະ ຄວາມໝັ້ນຄົງ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ລັດເຊຍ ແລະ ອິນເດຍ ເປີດກ້ວາງການພົວພັນ, ພິເສດເມື່ອລັດເຊຍ ພວມເພີ່ມທະວີການຮ່ວມມືກັບບັນດາປະເທດຄື: ຈີນ, ອີຣານ, ສປປ.ເກົາຫຼີ ແລະ ບັນດາປະເທດຂຶ້ນກັບປະຊາຄົມບັນດາປະເທດເອກະລາດ (CIS).

ຕອບກັບ

ຂ່າວ/ບົດ​ອື່ນ