ປະທານາທິບໍດີ ລັດເຊຍ Vladimir Putin ໂຕ້ຕອບເວລາກຳນົດສຸດທ້າຍຈາກ ອາເມລິກາ

(VOVWORLD) -ປະທານາທິບໍດີ ລັດເຊຍ ເຕືອນວ່າ ທຸກຄວາມເສຍຫວັງກ່ຽວຂ້ອງເຖິງເລື່ອງແກ້ໄຂການປະທະກັນ ລະຫວ່າງ ລັດເຊຍ ແລະ ຢູແກຼນ ລ້ວນແຕ່ເລີ່ມມາຈາກຄວາມຫວັງເກີນໄປ
ປະທານາທິບໍດີ ລັດເຊຍ Vladimir Putin ໂຕ້ຕອບເວລາກຳນົດສຸດທ້າຍຈາກ ອາເມລິກາ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin. (ພາບ:TASS)

ວັນທີ 1 ສິງຫາ, ປະທານາທິບໍດີ ລັດເຊຍ Vladimir Putin ມີຄຳເຕືອນກ່ຽວກັບ “ຄວາມຫວັງທີ່ເກີນໄປ” ສຳລັບບັນດາການເຈລະຈາສັນຕິພາບ ລະຫວ່າງ ລັດເຊຍ ແລະ ຢູແກຼນ ພາຍຫລັງປະທານາທິບໍດີ ອາເມລິກາ Donald Trump ນາບຂູ່ຈະຈັດວາງເວລາກຳນົດສຸດທ້າຍແມ່ນວັນທີ 8 ສິງຫາ ເພື່ອໃຫ້ລັດເຊຍບັນລຸຂໍ້ຕົກລົງຢຸດຍິງ ກັບ ຢູແກຼນ ແລະ ເຕືອນວ່າ ຈະຈັດວາງອັດຕາພາສີ ສຳລັບ ມົດສະກູ ຖ້າຫາກບໍ່ມີຄວາມຄືບຫນ້າ.

ໃນການພົບປະກັບນັກຂ່າວ ພາຍຫລັງການຕ້ອນຮັບທ່ານ  Alexander Lukashenko ປະທານາທິບໍດີ ເບລາຣຸດ ໃນວັນທີ 1 ສິງຫາຢູ່ ປະເທດ Karelia ພາກເຫນືອ ລັດເຊຍ, ປະທານາທິບໍດີ ລັດເຊຍ ເຕືອນວ່າ ທຸກຄວາມເສຍຫວັງກ່ຽວຂ້ອງເຖິງເລື່ອງແກ້ໄຂການປະທະກັນ ລະຫວ່າງ ລັດເຊຍ ແລະ ຢູແກຼນ ລ້ວນແຕ່ເລີ່ມມາຈາກຄວາມຫວັງເກີນໄປ. ທ່ານ Putin ຖືວ່າ ບັນດາຝ່າຍຄວນດຳເນີນການເຈລະຈາໃຫ້ລະອຽດ ເພື່ອບັນລຸມາດຕະການສັນຕິພາບ ແລະ ທ່ານ Putin ເນັ້ນຫນັກຄວາມປາດຖະຫນາຢາກມີພື້ນຖານສັນຕິພາບຢ່າງໝັ້ນຄົງ ແລະ ຍາວນານ ຢູ່ ຢູແກຼນ ແຕ່ຕ້ອງອີງໃສ່ພື້ນຖານຮັບປະກັນຜົນປະໂຫຍດ ແລະ ຄວາມໝັ້ນຄົງຂອງສອງຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ