(VOVWORLD) - ວັນທີ 30 ທັນວາ, ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດປີໃໝ່ສາກົນ 2021 ແລະ ບຸນເຕັດຫວຽດນາມທີ່ໃກ້ຈະມາເຖິງນີ້.
ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: rg.ru) |
ທ່ານ ປະທານາທິບໍດີ Vladimir Putin ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາການພັດທະນາທີ່ຂະຫຍັນຂັນເຄື່ອນຂອງ ການພົວພັນ ລັດເຊຍ - ຫວຽດນາມ ໃນຫຼາຍຂົງເຂດ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ ແລະ ສັບສົນທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19. ຜູ້ນຳປະເທດລັດເຊຍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມ ຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ, ຕອບສະໜອງຜົນປະໂຫຍດຂອງປະຊາຊົນສອງປະເທດຢ່າງຄົບຖ້ວນ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບໃນພາກພື້ນອາຊີ - ປາຊີຟິກ.
ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ Vladimir Putin ກໍ່ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງການນຳ, ອະດີດການນຳຂອງຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນໃນໂລກ.
ໃນສານທີ່ໄດ້ສົ່ງໄປເຖິງທ່ານ Joe Biden ຜູ້ຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ, ການນຳລັດເຊຍໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດເຊຍ ແລະ ອາເມລິກາອາດຈະປະຕິບັດໄດ້ຫຼາຍສິ່ງຫຼາຍຢ່າງເພື່ອເພີ່ມທະວີສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ລະດັບພາກພື້ນ ແລະ ທົ່ວໂລກ.
ແອັງຕູ໊, ນັກຂ່າວ VOV ປະຈຳ ມົດສະກູ