ປະທານາທິບໍດີບຸນກາຣີ ປາດຖະໜາຢາກນຳ ການພົວພັນລະຫວ່າງ ບຸນກາຣີ - ຫວຽດນາມ ໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ

ປະທານາທິບໍດີບຸນກາຣີ ປາດຖະໜາຢາກນຳ ການພົວພັນລະຫວ່າງ ບຸນກາຣີ - ຫວຽດນາມ ໃຫ້ຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ - ảnh 1
(ທ່ານ​ປະທານ​າທິບໍດີບຸນ​ກາຣີ Rosen Plevneliev)

(vovworld) - ທ່ານ​ປະທານ​າທິບໍດີບຸນ​ກາຣີ Rosen Plevneliev ຈະ​ມີ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ລະຫວ່າງ​ວັນ​ທີ 27 – 31 ຕຸລາ 2013. ​ເນື່ອງ​ໃນ​ໂອກາດ​ນີ້, ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຫວຽດນາມ ກ່ຽວ​ກັບ​ແງ່​ວັງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ທ່ານ​ປະທານ​າທິບໍດີ Plevneliev ​ໃຫ້​ຮູ້​ວ່າ: ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ທີ່​ຈະ​ມາ​ເຖິງ​ນີ້, 2 ປະ​ເທດ​ຈະ​ລົງ​ນາມ​ໃນ​ບັນດາ​ສັນຍາ​ຮ່ວມ​ມື 2 ຝ່າຍ, ​ເປີດ​ບັນດາ​ກາລະໂອກາດ​ໃໝ່​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​າທິບໍດີ Plevneliev​ ​ເນັ້ນ​ໜັກ​ວ່າ: ຫວຽດນາມ - ບຸນ​ກາຣີ ຕ້ອງ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ​ຫັນ​ການ​ຄ້າ 2 ຝ່າຍ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບກວ່າ​ອີກ. ບົນ​ຈິ​ດໃຈ​ດັ່ງກ່າວ, ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້, ບຸນ​ກາຣີ ຈະ​ເປີດຫ້ອງການ​ການ​ຄ້າ ​ແລະ ​ເສດຖະກິດ ຢູ່​ນະຄອນ​ໂຮ່ຈິ​ມິນ. 2 ຝ່າຍ​ຕ້ອງ​ມຸ່ງ​ໄປ​ເຖິງຈຸດໝາຍ​ເພີ່ມ​ທະວີ​ບັນດາ​ແຫຼ່ງ​ເງິນ​ລົງທຶນ​ຂອງ​ຫວຽດນາມ ຢູ່​ບຸນ​ກາຣີ ​ແລະ ກົງກັນຂ້າມ.
ຂ່າວ/ບົດ​ອື່ນ