ປະທານາທິບໍດີຝລັ່ງ ພົບປະກັບປະຊາຄົມຊາວອາຊີເນື່ອງໃນໂອກາດບຸນປີໃໝ່ປະເພນີ

ປະທານາທິບໍດີຝລັ່ງ ພົບປະກັບປະຊາຄົມຊາວອາຊີເນື່ອງໃນໂອກາດບຸນປີໃໝ່ປະເພນີ - ảnh 1
ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande
(ພາບ: vietnamplus.vn)


(vovworld) – ​ເນື່ອງ​ໃນ​ໂອກາດ​ບຸນ​ປີໃໝ່ປະເພນີ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ​ອາຊີ, ທ່ານ​ປະທານາທິບໍດີ​ຝລັ່ງ Francois Hollande ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ ​ແລະ ອວຍພອນ​ປະຊາ​ຄົນ​ຊາວ​ອາຊີ ປະຈຳ​ຝລັ່ງ ​ໃນຕ​ອນຄໍ່າ​ວັນ​ທີ 16/02, ຢູ່​ວັງ Elysee.

        ກ່າວ​ຄຳ​ເຫັນ​ທີ່ການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ບັນດາ​ປະຊາ​ຄົມ​ຊາວ​ອາຊີ​ທີ່​ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຝລັ່ງ, ທ່ານປະທານາທິບໍດີ​ Francois Hollande ​ເນັ້ນ​ໜັກ​​ເຖິງ​ປະຫວັດສາດ​ອັນ​ຍາວ​ນານ​ຂອງ​ອາຊີ ກັບ​ຝລັ່ງ ​ແລະ ຢືນຢັນ​ວ່າບັນດາ​ລຸ້ນລູກລຸ້​ນຫຼານ​ຊາວ​ອາຊີ ພວມ​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກ​ຢູ່​ຝລັ່ງ ກໍ່​​ແມ່ນ​ບັນດາ​ພົນລະ​ເມືອງຝລັ່ງ. ກ່ຽວຂ້ອງ​ເຖິງ​ຫວຽດນາມ, ທ່ານ​ປະທານາທິບໍດີ​ຝລັ່ງ ຢືນຢັນ​ວ່າ “ຫວຽດນາມ ​ແລະ ຝລັ່ງ ​ເຄີຍຕິດ​ພັນ​ຍ້ອນເຫດຜົນ​ປະຫວັດສາດ, ສິ່ງ​ທົດ​ສອບ​ນາໆ​ປະການ ​ແລະ ປະຊາ​ຄົມ​ຊາວ​ຫວຽດນາມ ທີ່​ຂະຫຍັນ​ຂັນ​ເຂື່ອນ, ຕັ້ງໜ້າ​ຢູ່​ຝລັ່ງ. 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ປີ 2013. ປີ 2014 ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ໜ້າປະ​ທັບ​ໃຈ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ 2 ຝ່າຍ. ນີ້​ແມ່ນ​ໂອກາດ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ພາສາສາດ ​ແລະ ວັດທະນະທຳ”.

ຂ່າວ/ບົດ​ອື່ນ