ປະທານາທິບໍດີອີຢິບແລະປະທານປະເທດຫວຽດນາມເປັນປະທານຮ່ວມກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນການເຈລະຈາ

(VOVWORLD) -ພາຍຫຼັງການເຈລະຈາ, ໃນວັນທີ 27 ສິງຫາ, ທ່ານປະທານາທິບໍດີອີຢິບ Abdel Fattah Al Sisi ແລະ ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ເປັນປະທານຮ່ວມກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນການເຈລະຈາ.
ປະທານາທິບໍດີອີຢິບແລະປະທານປະເທດຫວຽດນາມເປັນປະທານຮ່ວມກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນການເຈລະຈາ - ảnh 1(ທ່ານປະທານາທິບໍດີອີຢິບ Abdel Fattah Al Sisi ແລະ ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ເປັນປະທານຮ່ວມກອງປະຊຸມຖະແຫຼງຂ່າວແຈ້ງໝາກຜົນການເຈລະຈາ)

ທ່ານປະທານາທິບໍດີ Abdel Fattah Al Sisi ໃຫ້ຮູ້ວ່າ, ໃນການເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ ທີ່ປະສົບຜົນສຳເລັດ, 2 ຝ່າຍໄດ້ແລກປ່ຽນບັນດາບັນຫາສຳຄັນໃນການພົວພັນ 2 ຝ່າຍ ກໍ່ຄືການຮ່ວມມືຢູ່ບັນດາເວທີປາໄສສາກົນ, ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. 2 ຝ່າຍໄດ້ແລກປ່ຽນການຮ່ວມມືໃນບັນດາຂົງເຂດຄື: ຮ່ວມມືດ້ານການເມືອງການທະຫານ, ຄວາມໝັ້ນຄົງ, ການຕ້ານການກໍ່ການຮ້າຍ, ຮ່ວມມືດ້ານເສດຖະກິດ…

        ສ່ວນທ່ານປະທານປະເທດເຈີ່ນດ້າຍກວາງ ໃຫ້ຮູ້ວ່າ, 2 ຝ່າຍໄດ້ແລກປ່ຽນຢ່າງຮອບດ້ານບັນດາການພົວພັນລະຫວ່າງ 2 ປະເທດ, ປຶກສາຫາລື ແລະ ມີຄວາມເຫັນດີເຫັນພ້ອມສູງກ່ຽວກັບບັນດາທິດທາງ, ມາດຕະການເພື່ອແນໃສ່ຮັດແໜ້ນການພົວພັນດ້ານການເມືອງ, ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາບຳລຸງສ້າງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບກວ່າອີກ, ຖືການຮ່ວມມືດ້ານເສດຖະກິດແມ່ນພື້ນຖານເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃຫ້ແທດຈິງ ແລະ ເຂົ້າສູ່ລວງເລິກ.

        “2 ຝ່າຍໄດ້ເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື້ອໃຈດ້ານການເມືອງ ຜ່ານການຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງ, ເພີ່ມມທະວີການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຍູ້ແຮງການພົບປະແລກປ່ຽນປະຊາຊົນ, ໂດຍສະເພາະແມ່ນໃນປີ 2018; ການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດສະຫະປະຊາຊາດ, ການຮ່ວມມືໃຕ້ - ໃຕ້, ຂະບວນການບໍ່ຮ່ວມກຸ່ມ… ຜ່ານນັ້ນ, ສ້າງພື້ນຖານສຳຄັນໃຫ້ແກ່ການພັດທະນາແບບຍືນຍົງຂອງການພົວພັນຫວຽດນາມ - ອີຢິບ”.

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃຫ້ຮູ້ວ່າ, 2 ຝ່າຍຢືນຢັນຄວາມຕັດສິນໃຈນຳວົງເງິນການຄ້າ 2 ຝ່າຍບັນລຸ 1 ຕື້ USD ໃນໄລຍະຈະມາເຖິງ. ທ່ານປະທານປະເທດ ເຈີ່ນດ້າຍກວາງ, ໃຫ້ຮູ້ວ່າ.

        “2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບແວດລ້ອມ, ກາລະໂອກາດລົງທຶນຢູ່ແຕ່ລະປະເທດ ແລະ ມີກົນໄກໃຫ້ບຸລິມະສິດພິເສດ, ຊຸກຍູ້ການລົງທຶນໃນບັນດາຂົງເຂດນ້ຳມັນອາຍເກັດ, ໂຄລະຄົມມະນາຄົມ, ເຕັກໂນໂລຊີຂໍ້ມູນຂ່າວສານ… ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດອີຢິບ ລົງທຶນເຂົ້າຫວຽດນາມ ໃນບັນດາຂົງເຂດເຊິ່ງອີຢິບ ມີທ່າແຮງ, ຫວຽດນາມ ມີຄວາມຕ້ອງການ”.

        2 ຝ່າຍໄດ້ເຫັນດີຈັດຕັ້ງການເຄື່ອນໄຫວດ້ານວັດທະນະທຳ, ສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.

        ຕອນບ່າຍວັນດຽວກັນ, ທ່ານປະທານາທິບໍດີອີຢິບ Abdel Fattah Al Sisi ໄດ້ເປີດງ້ານລ້ຽງຮອງຮັບທ່ານປະທານປະເທດ ເຈີ່ນດ້າຍກວາງ ແລະ ຄະນະຜູ້ແທນຫວຽດນາມ ຢ່າງສົມກຽດ.

ຕອບກັບ

ຂ່າວ/ບົດ​ອື່ນ