ປະທານາທິບໍດີອາເມ ລິກາອ່ານສານສະຫະ ລັດປີ 2014
(ພາບ: AP)
(vovworld)- ໃນເວລາ 9 ໂມງ 15 ນາທີຂອງວັນທີ 29/1 ຕາມເວລາຫວຽດນາມ, ປະທານາທິບໍດີອາເມລິກາ Barack Obama ໄດ້ທ່ານສານສະຫະລັດປີ 2014 ຕໍ່ໜ້າວາລະປະຊຸມຄົບຄະນະຂອງສະພາແຫ່ງຊາດຊຸດທີ 113.
ເນື້ອໃນພົນເດັ່ນຂອງສານສະຫະລັດປີ 2014 ແມ່ນການໃຫ້ຄຳໝັນສັນຍາສືບຕໍ່ນຳໃຊ້ບັນດາມາດຕະການຊຸກຍູ້ທ່າຟື້ນຕົວເສດຖະກິດ ເພື່ອແນໃສ່ສ້າງບັນດາກາລະໂອກາດໃຫ້ ປຊຊ ອາເມລິກາ. ສານຮຽກຮ້ອງສະພາແຫ່ງຊາດອາເມລິກາ ເພີ່ມລະດັບເງິນເດືອນພື້ນຖານໃຫ້ຖັນແຖວພາລະກອນສະຫະລັດເພື່ອແນໃສ່ແກ້ໄຂສະພາບຂາດຄວາມຍຸດຕິທຳດ້ານລາຍຮັບ, ປະຕິຮູບລະບອບເອົາໃຈໃສ່ເບິ່ງແຍງດ້ານການແພດ, ຫລຸດຜ່ອນຄ່າໃຊ້ຈາຍລວມ, ຍູ້ແຮງການສຶກສາ ແລະ ບຳລຸງສ້າງວິຊາຊີບ… ໃນສານສະຫະລັດປີ 2014, ປະທານາທິບໍດີອາເມລິກາ Barack Obama ກຳນົດວ່າ, ປີ 2014 ແມ່ນ “ປີແຫ່ງການກະທຳ“ ແລະ ຊຸກຍູ້ບັນດາທ່ານສະມາຊິກລັດຖະສະພາຈົ່ງຮ່ວມມືກັນເພື່ອຜັນຂະຫຍາຍບັນດານະໂຍບາຍຂອງທຳນຽບຂາວ.
ກ່ຽວກັບການພົວພັນຕ່າງປະເທດ, ປະທານາທິບໍດີອາເມລິກາ Barack Obama ຢ້ຳຄືນຄຳໝັ້ນສັນຍາຖອນທະຫານອອກຈາກອາບການີສະຖານ ໃນທ້າຍປີນີ້. ກ່ຽວກັບສະພາບການຢູ່ຊີຣີ, ທ່ານຢືນຢັນຄືນໃໝ່ວ່າ ຈະພ້ອມກັບປະເທດຕ່າງໆຊອກຫາວິທີຢຸດຕິເສິກກາງເມືອງທີ່ແກ່ຍາວໃນເວລາ 2 ປີຜ່ານມາຢູ່ປະເທດນີ້. ສານສະຫະລັດປີ 2014 ຂອງທ່ານປະທານາທິບໍດີອາເມລິກາ Barack Obama ກໍ່ເຕື້ອງເຖິງວິວັດທະນາການສັນຕິພາບລະຫວ່າງອິດສະຣາແອນ-ປາແລດສະຕິນ ແລະ ເນັ້ນໜັກເຖິງການພົວພັນລະຫວ່າງອາເມລິກາ ແລະ ບັນດາປະເທດອາຟຼິກກາ./.