ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດສືບສວນການເຄື່ອນໄຫວລະເມີດຊັບສິນທາງປັນຍາຂອງຈີນ

(VOVWORLD) -ວັນທີ 14 ສິງຫາ, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ລົງນາມໃນລັດຖະດຳລັດມອບສິດດຳເນີນການສືບສວນຄຳກ່າວຫາກ່ຽວກັບການລະເມີດຊັບສິນທາງປັນຍາອາເມລິກາ ຂອງຈີນ.

ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດສືບສວນການເຄື່ອນໄຫວລະເມີດຊັບສິນທາງປັນຍາຂອງຈີນ - ảnh 1 ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດສືບສວນ

ການເຄື່ອນໄຫວລະເມີດຊັບສິນທາງປັນຍາຂອງຈີນ

(ພາບ: EPA/TTXVN)

ທ່ານຢືນຢັນວ່າ, ນີ້ແມ່ນ “ບາດກ້າວໃຫຍ່”. ຕາມລັດຖະດຳລັດດັ່ງກ່າວ, ຜູ້ຕາງໜ້າດ້ານການຄ້າອາເມລິກາ Robert Lighthizer ໄດ້ຮັບຄຳສັ່ງຊີ້ນຳເພື່ອກຳນົດວ່າ ບັນດານະໂຍບາຍດ້ານການຄ້າຂອງຈີນ ໄດ້ບັງຄັບບັນດາບໍລິສັດຂອງອາເມລິກາ ເຄື່ອນໄຫວຢູ່ຈີນ ຕ້ອງມອບສົ່ງເຕັກໂນໂລຊີໃຫ້ປະເທດນີ້ຫຼື ບໍ່. ກ່າວຄຳເຫັນກ່ອນທີ່ລົງນາມໃນລັດຖະດຳລັດ, ທ່ານປະທານາທິບໍດີ Trump ຢືນຢັນວ່າ, ທ່ານເອກອັກຄະລັດຖະທູດ Lighthizer ມີອຳນາດເຕັມເພື່ອຊັ່ງຊາຕໍ່ການເລືອກເຟັ້ນທັງໝົດ, ດ້ວຍບັນດາມາດຕະການໂຕ້ຕອບຖ້າມີຄວາມຈຳເປັນ. ຄຽງຂ້າງນັ້ນ, ທ່ານປະທານາທິບໍດີ Trump ກໍ່ໃຫ້ຮູ້ຕື່ມອີກວ່າ “ນີ້ພຽງແມ່ນການເລີ່ມຕົ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ