ປະທານາທິບໍດີແລະນາຍົກລັດຖະມົນຕີ ສີລັງກາພ້ອມກັນລາອອກຈາກຕຳແໜ່ງ

(VOVWORLD) -ປະທານສະພາແຫ່ງຊາດສີລັງກາ Mahinda Abeywardana ໃຫ້ຮູ້ເມື່ອວັນທີ 9 ກໍລະກົດວ່າ ປະທານາທິບໍດີ ສີລັງກາ ທ່ານ Gotabaya Rajapaksa ໄດ້ເຫັນດີລາອອກຈາກຕຳແໜ່ງໃນອາທິດທີ່ຈະມາເຖິງ
ປະທານາທິບໍດີແລະນາຍົກລັດຖະມົນຕີ ສີລັງກາພ້ອມກັນລາອອກຈາກຕຳແໜ່ງ - ảnh 1

     ປະທານາທິບໍດີລາອອກຈາກຕຳແໜ່ງເພື່ອຮັບປະກັນໄລຍະມອບໂອນສິດອຳນາດໂດຍສັນຕິພາບ. ທ່ານ Gotabaya Rajapaksa ໄດ້ເຫັນດີລາອອກຈາກຕຳແໜ່ງພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ Ranil Wickremesinghe ມີການກະທຳເຊັ່ນດຽວກັນພຽງສອງສາມຊົ່ວໂມງ

    ແລະກໍ່ໃນວັນທີ 9 ກໍລະກົດຜູ້ແຫ່ຂະບວນປະທ້ວງນັບ 1.000 ຄົນ ໄດ້ເຄື່ອນໄປຍັງ Colombo ມ້າງທຳລາຍລະບົບກຳແພງ ແລະ ບຸກເຂົ້າທຳນຽບ ປະທານາທິບໍດີຂອງປະເທດນີ້ ແນໃສ່ສະແດງຄວາມບໍ່ພໍ່ໃຈ ຕໍ່ບັນດາຄວາມຫຍຸ້ງຍາກທີ່ເຂົາໄດ້ປະສົບໃນການດຳລົງຊີວິດ. ປະເທດສີລັງກາ  ເຄີຍຖືກຂະໜານນາມວ່າແມ່ນແກ້ວມະນີມະຫາສະໝຸດອິນເດຍພວມຢືນຢູ່ຕໍ່ໜ້າວິກິດການເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ