ປະຢັດລາຍຈ່າຍ7.000ຕື້ດົ່ງ ຈາກການປະຕິຮູບລະບຽບພາສີອາກອນ

ປະຢັດລາຍຈ່າຍ7.000ຕື້ດົ່ງ ຈາກການປະຕິຮູບລະບຽບພາສີອາກອນ - ảnh 1
ປະຢັດລາຍຈ່າຍ7.000ຕື້ດົ່ງ ຈາກການປະຕິຮູບລະບຽບພາສີອາກອນ
(ພາບ​ອິນ​ເຕີ​ແນັດ)

(vovworld) –​ ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​​ປະ​ຕິ​ຮູບຫຼາຍ​​ຄັ້ງ, ຮອດ​ປັດ​ຈຸ​ບັນ, ໄລ​ຍະ​​ການປະ​ຕິ​ບັດ ລະ​ບຽບ​ການ​ບໍ​ລິ​ຫານ​​ພາ​ສີ​ອາ​ກອນ ໄດ້ຫຼຸດ​ຜ່ອນ 420/537 ຊົ່ວ​ໂມງ (ເທົ່າກັບ 78%) ແລະ ຫຼຸດ​ລົງ ລາຍ​ຈ່າຍ​ໃຫ້​ແກ່​ຜູ້​ເສຍ​ພາ​ສີ​ອາ​ກອນ7.000 ຕື້​ດົ່ງ. ນີ້​ແມ່ນ​ຂ​ໍ້​ມູນ​ທີ່​​ໄດ້​ຍົກ​ອອກ​ມາ ທີ່ກອງ​ປະ​ຊຸມສຳ​ມະ​ນາ “​​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ ຜ່ານ​ການ​​ປະ​ຕິ​ຮູບ​ພາ​ສີ​ອາ​ກອນ​” ໂດຍ​ອົງ​ການ​ພັດ​ທະ​ນາ​ສາ​ກົນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ (USAID) ສົມ​ທົບ​ກັບ​ກົມ​ໃຫຍ່​ສ່ວຍ​ສາອາ​ກອນ ຈັດ​ຂື້ນ​ໃນ​ວັນ​ທີ 21/6, ຢູ່​ຮ່າ​ໂນ້ຍ. ຕາມ ທ່ານ ຫງວຽນ​ກວາງ​ຕ໋ຽນ, ຫົວ​ໜ້າ​ກົມ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຕິ​ຮູບ ແລ​ະ ຫັນ​ເປັນ​ທັນ​ສະ​ໄໝ, ກົມ​ໃຫຍ່​ສ່ວຍ​ສາ​ອາ​ກອນ ດ້ວຍ​ຫຼາຍມາດ​ຕະ​ການ​ລະ​ບຽບ​ການ​ບໍ​ລິ​ຫານ​​ຍ​ງ່າຍ​ດາຍ, ຫັນ​ເປັນ​ທັນ​ສະ​ໄໝ​ ວຽກ​ງານ​ຊ່ວ​ຍເກັບ​ລາຍ​ຮັບ​ຍ້ອມ​ມີໜູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ, ​ໄດ້ຫຼຸດ​ຂັ້ນ​ຕອນ​​ເຮັດລະ​ບຽບ​ການ​ບໍ​ລິ​ຫານ ​ລົງ 63 ຂັ້ນ, ຫັນ​​ລະ​ບຽບ​ການເປັນ​​ງ່າຍ​ດາຍ 262 ລະ​ບຽບ​ການ. ໝາກ​ຜົນ​ການ​​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ ໃນ​ຂົງ​ເຂດ​​ພາ​ສີ​ອາ​ກອນ ໄດ້​ປະ​ກອບ​ສ່ວນ​ເພີ່ມ​​​ອັນ​ດັບ​​ພໍ​ສົມ​ຄວນ ກ່ຽວ​ກັບ​ຄວາມ​ສາ​ມາດ​ໃນ​ການ​ແກ່ງ​ແຍ່ງ ໃຫ້​ແກ່​ຫວຽດ​ນ​າມ.

        ຕາມ​ບັນ​ດາ​​ຜູ້ແທນ​ທີ່​ເຂົ້າ​ຮ່ວມກອງປະ​ຊຸມ​ສຳ​ມະ​ນາ​ແລ້ວ, ເພື່ອ​​​ປັບ​ປຸງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ຂອງຫວຽດ​ນາມ ​ໃຫ້ທຽບ​ເທົ່​າກັບບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ອົງ​ການ​ສ່ວຍ​ສາ​ອາ​ກອນ​ ຕ້ອງ​ສືບ​ຕໍ່​ກວດ​ກາ​ນະ​ໂຍ​ບາຍ, ​ປັບ​ປຸງ​ຂັ້ນ​ຕອນ, ລະ​ບຽບການ​ກ່ຽວ​ກັບ​​ພາ​ສີອາ​ກອນ ແລະ ເພີ່ມ​ທະ​ວີ​ການກວດ​ກາ​ພາຍ​ໃນ, ​​ຮັບ​ເອົາຂໍ້​ມູນ​​​ສ່ອງ​ແສງ​ ແລະ ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ ເພື່ອຫຼຸດ​ຜ່ອນ​ໄລ​ຍະ​ຫາງ ຈາກ​ຂອດ​ນະ​ໂຍ​ບາຍ​ເຖິງ​ສະ​ພາບ​ການ​ຕົວ​ຈິງ.



ຂ່າວ/ບົດ​ອື່ນ