ປາກິດສະຖານ, ອີຣານ ເຫັນດີໃຫ້ເອກອັກຄະລັດຖະທູດ 2 ທ່ານກັບມາເຮັດວຽກ

(VOVWORLD) - ຂໍ້ຕົກລົງດັ່ງກ່າວໄດ້ປະກາດພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດ.
ປາກິດສະຖານ, ອີຣານ ເຫັນດີໃຫ້ເອກອັກຄະລັດຖະທູດ 2 ທ່ານກັບມາເຮັດວຽກ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian
(ພາບ: THX/TTXVN)

ວັນທີ 22 ມັງກອນ, ອີຣານ ແລະ ປາກິດສະຖານ ໄດ້ແຈ້ງໃຫ້ຊາບວ່າ, ເອກອັກຄະລັດຖະທູດຂອງຕົນຈະກັບມາເຮັດວຽກ ພາຍຫຼັງທີ່ 2 ປະເທດເຫັນດີຫຼຸດຜ່ອນຄວາມເຄັ່ງຕຶງໃນບັນດາເຫດບຸກໂຈມຕີທາງອາກາດເຊິ່ງກັນ ແລະ ກັນໃນອາທິດກ່ອນ. ຖະແຫຼງການຮ່ວມໂດຍກະຊວງການຕ່າງປະເທດຍົກອອກມາ, ຊີ້ແຈ້ງວ່າ ບັນດາເອກອັກຄະລັດຖະທູດສາມາດກັບມາເຮັດວຽກໃນຕຳແໜ່ງທຽບເທົ່າໃນວັນທີ 26 ມັງກອນ. ຄາດວ່າ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ຈະໄປ ປາກິດສະຖານ ໃນວັນທີ 29 ມັງກອນ, ຕາມຄຳເຊີນຂອງຄູ່ຕຳແໜ່ງ ປາກິດສະຖານ Jalil Abbas Jilani. ຂໍ້ຕົກລົງດັ່ງກ່າວໄດ້ປະກາດພາຍຫຼັງການໂອ້ລົມທາງໂທລະສັບລະຫວ່າງລັດຖະມົນຕີການຕ່າງປະເທດຂອງ 2 ປະເທດ.

ການພົວພັນລະຫວ່າງ ອີຣານ ແລະ ປາກິດສະຖານ ເຄັ່ງຕຶງຂຶ້ນ ພາຍຫຼັງທີ່ 2 ປະເທດດຳເນີນການບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍ ເຊິ່ງເຂົາເຈົ້າຖືວ່າແມ່ການນກໍ່ການຮ້າຍໃນເຂດດິນແດນຂອງກັນ ເຮັດໃຫ້ມີຫຼາຍຄົນເສຍຊີວິດ, ໃນນັ້ນມີແມ່ຍິງ ແລະ ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ