ປາກິດສະຖານປຸກລະດົມການບຸກໂຈມຕີຕາລີບານ

ປາກິດສະຖານປຸກລະດົມການບຸກໂຈມຕີຕາລີບານ - ảnh 1
(ພາບປະກອບ: aljazeera.com)

(vovworld) - ການ​ບຸກ​ໂຈມ​ຕີ ​ໂດຍ​ກອງທັບ​ປາ​ກິດ​ສະຖານ​ ປຸກລະດົມ​ໃນ​ວັນ​ທີ 15/5 ​ເພືອ​ແນ​ໃສ່​ຂັບ​ໄລ່​ພວກ​ກະບົດ​ຕາ​ລີ​ບານ​ ອອກ​ຈາກ​ຖານ​ທີ່​ໝັ້ນ​ສຳຄັນ​ສຸດ​ທ້າຍ​ຂອງ​ກຳລັງ​ນີ້​ຢູ່​ຮ່ອມ​ພູ Shawal, ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ນີ້. ບັນດາ​ເຮືອບິນ​ສູ້​ຮົບ​ຂອງ​ຕາ​ລີ​ບານ​ ​ໄດ້​ຍິງ​ລະ​ເບີດ​ໃສ່​ ຮ່ອມ​ພູ Shawal ນັບ​ແຕ່​ຕອນ​ເຊົ້າ, ດັບ​ສູນ​ພວກ​ກະບົດ​ຢ່າງ​ໜ້ອຍ​ສຸດ 17 ຄົນ, ​ໃນ​ຂະນະນັ້ນ​, ມີ​ລົດຂົນ​ສົ່ງ​ພົນທະຫານ​ນັບ​ຮ້ອຍ​ຄັນ, ອາວຸດ ​ແລະ ລົດ​ຕັງຈາກ​ທິດ​ເໜືອ ​ແລະ ທິດ​ໃຕ້ພວມ​ບຸກ​ເຂົ້າ​ເຂດ​ດັ່ງກ່າວ.

ການ​ບຸກ​ໂຈມ​ຕີ ດຳ​ເນີ​ນ​ໄປ, ພາຍຫຼັງ​ການ​ເຂັ່ນຂ້າ​ໂດຍ​ກຸ່ມ “ລັດ​ອິດສະ​ລາມ“ IS ດຳ​ເນີນ, ​ເຮັດ​ໃຫ້​ຊາວ​ອິດສະ​ລາມ 45 ຄົນ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ