ປ່ຽນແປງຊີວິດທາງດ້ານວັດຖຸ,ຈິດໃຈຜ່ານການກໍ່ສ້າງຊົນນະບົດໃໝ່,ຕົວເມືອງສີວິໄລ

ປ່ຽນແປງຊີວິດທາງດ້ານວັດຖຸ,ຈິດໃຈຜ່ານການກໍ່ສ້າງຊົນນະບົດໃໝ່,ຕົວເມືອງສີວິໄລ - ảnh 1
ການ​ເຈ​ລະ​ຈາ​ໃນ​ວັນ​ທີ 3/4
(ພາບ: ຢ​ູຍ​ບ໋າວ/ລາວ​ໂດ້ງ​ຖູ​ໂດ)

(vovworld) - ​ວັນ​ທີ 3/4, ຄະ​ນະກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ໄດ້​ເຈ​ລະ​ຈາກັບ​ອົງ​ການສະ​ມາ​ຊິກ, ຈ​ັດ​ແບ່ງວຽກ​ງານ​ການ​ປະ​ຕິ​ບັດບັ້ນ​ຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີກໍ່​ສ້າງ​ຊ​ົນ​ນະ​ບົດ​ໃໝ່, ຕົວ​ເມືອງ​ສີ​ວິ​ໄລ”. ການ​ເຈ​ລະ​ຈາ​​ໄດ້ສົມ​ທົບ​ກັ​ນ​ຈັດ​ຕັ້ງ​ລະ​ຫວ່າງ​ບັນ​ດາ​ຝ່າຍເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ເພື່ອ​ປະ​ຕິ​ບັດ​ການ​ຂົນ​ຂວາຍ​ບົນ​ພື້ນ​ຖານ​​ເສີ​ມຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ການ​​ຢ່າງມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແຕ່​ລະ​ອົງ​ການ​ສະ​ມາ​ຊິກ. ​ທີ່​ກອງ​ປະ​ຊຸມ, ປະ​ກອບ​ຄຳ​ເຫັນ​ໃສ່​ເນື້ອ​ໃນ​ແນະ​ນຳ​ການ​ເຈ​ລະ​ຈາ​ສົມ​ທົບກັນ​ປະ​ຕິ​ບັດ​​ບັ້ນ​ຂົນ​ຂວາຍ “ທົ່ວ​ປວງ​ຊົນ​ສາ​ມັກ​ຄີກໍ່​ສ້າງ​ຊ​ົນ​ນະ​ບົດ​ໃໝ່, ຕົວ​ເມືອງ​ສີ​ວິ​ໄລ”, ທ່ານ​ ເລ່ວ​ຫວູ​ດ່ຽວ, ຮອງ​ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ຢັ້ງ​ຢືນ​ວ່າ:

        “ເພື່ອກໍ່​ສ້າງ​ບັນ​ດາ​ໜ່ວຍ​​ສະ​ຫະ​ກອນ ກ່ອນ​ອື່ນ​ໝົດ​ຕ້ອ​ງ​ມີ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ຄອ​ບ​ຄົວ​ນຳ​ກັນ. ຈຸດ​ສຸມ​ແມ່ນ​ບັນ​ດາ​ຄອບ​ຄົວ​​ຊາວກະ​ສິ​ກອນເກັ່ງ ຈາກນັ້ນ​ຈຶ່ງ​ສ້າງ​ຕັ້ງ​ບັນ​ດາ​ໜ່ວຍ​ສະ​ຫະ​ກອນ. ເມື່ອ​​ໜ່ວຍ​ສະ​ຫະ​ກອນ​ຮ່ວມ​ສຳ​ພັນ, ຕິດ​ພັນ​ນຳ​ກັນ​​ແລ້ວ ນີ້​ຈ​ະ​ແມ່ນ​ປ​ະ​ຖົມ​ປັ​ດ​ໄຈ​ພັດ​ທະ​ນາ​​ເປັນສະ​ຫະ​ກອນ. ຖ້າ​ບໍ່​ມີ​ໜ່ວຍ​ສະ​ຫະ​ກອນ ​ການສ້າງ​ຕັ້ງ​ສະ​ຫະ​ກອນ​ທົ່ວ​ຕ​າ​ແສງ ​ຍັງຈະ​ແມ່ນ​ຮູບ​ແບບ​​ເກົ່າ. ບັນ​ດາ​ຮູບ​ແບບ​ການກໍ່​ສ້າງ​ບົນ​ພື້ນ​ຖານ​​ຄວາມ​ສະ​ສະ​ໝັກ​ໃຈ ເພື່ອ​ຜົນ​ປະ​ໂຫຍດ ​ຂອງເຂົາ​ເຈົ້າ​ຮ່ວມ​ສຳ​ພັນ​ນຳ​ກັນ ຄື​ແນວນັ້ນ​ສະ​ຫະ​ກອນ​ຈຶ່ງ​ຍືນ​ຍົງ​ໄດ້”


ຂ່າວ/ບົດ​ອື່ນ