ປີໃໝ່ຢູ່ເຂດຊາຍແດນຫວຽດນາມ - ລາວ

ປີໃໝ່ຢູ່ເຂດຊາຍແດນຫວຽດນາມ - ລາວ - ảnh 1
(ພາບປະກອບ)
(vovworld) - ໃນ​ຊຸມ​ມື້​ໃກ້​ຈະ​ຮອດ​ບຸນບຸນ​ເຕັດ​ໝາຍ​ເຖິງ​ບຸນປີ​ໃໝ່ປະຈຳ​ຊາດ, ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ລາວ ຂຶ້ນ​ກັບ​​ເມືອງ ​ເຮື໋ອງຮ໋ວາ, ​ແຂວງ ກວາງ​ຈິ້ ​ໄດ້​ພ້ອມ​ກັບ​ນັກຮົບ​ດ່ານປ້ອງກັນຊາ​ຍ​ແດນ ຕ້ອນ​ຮັບ​ບຸນປີ​ໃໝ່​ປະຈຳ​ຊາດ​ຢ່າງ​ຟົດ​ຟື້ນ​ມ່ອນ​ຊື່ນ, ດ້ວຍ​ຄວາມ​ເບີກບານ​ໃຈເມື່ອ​ລະດູ​ການ​ຜະລິດໃນປີຜ່ານມາໄດ້​ຮັບ​ຜົນ​ດີ, ​ເຂດ​ຊາຍ​ແດນ​ມີ​ຄວາມ​ສະຫງົບ​ສຸກ. ທ່ານ ​ໂຮ່ວັນ​ແທ່ງ, ​ເລຂາ​ພັກ​ຕາ​ແສງ ​ເຮື໋ອ​ງຫວຽດ, ​ເມືອງ ​ເຮື໋ອງຮ໋ວາ ​ໃຫ້​ຮູ້​ວ່າ, ປີ​ໃໝ່​ນີ້ຢູ່ຕາ​ແສງ​ບໍ​່ມີ​ຄອບຄົວ​​ໃດ​ຖືກອຶດຫິວ, ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນຕ້ອນຮັບ​ບຸນ​ເຕັດ. ທ່ານ ໂຮ່ວັນ​ແທ່ງ ​ກ່າວ​ວ່າ.

“​ໃນ​ຊຸມ​ປີຜ່ານມາ, ທາງ​ດ້ານ​ການ​ເມືອງ​​ມີ​ສະຖຽນ​ລະ​ພາບ, ສ່ວນ​​ເສດຖະກິດ ພໍ່​ແມ່​ປະຊາຊົນ​ທຳ​ມາ​ຫາ​ກີ​ນຢ່າງ​ມີ​ໝາກຜົນດີ, ອັດຕາ​ຄອບຄົວ​ຮັ່ງມີ​ໄດ້​ເພີ່ມ​ຂຶ້ນ, ຄອບຄົວ​ທຸກ​ຍາກ​ໄດ້​ຫຼຸດ​ລົງ. ​ເວົ້າ​ລວມ​ແລ້ວ, ຈິດ​ໃຈ​ຕ້ອນຮັບ​ບຸນປີ​ໃໝ່​ຂອງ​ພໍ່​ແມ່​ປະຊາຊົນ ແມ່ນ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນນັບທັງ​ດ້ານ​ດ້ານ​ຈິດ​ໃຈ ​ແລະ ວັດຖຸ.”

ເນື່ອງ​ໃນ​ໂອກາດ​ບຸນ​ເຕັດ, ພ້ອມ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ບັນດາ​ຄອບຄົວ​​ເປົ້າ​ໝາຍນະ​ໂຍບາຍ, ຄອບຄົວທຸກ​ຍາກ, ຕາ​ແສງ ​ເຮື໋ອງ​ເລີມ, ເມືອງ ​ເຮື໋ອງຮ໋ວາ, ​ແຂວງ ກວາງ​ຈິ້ ​ໄດ້​ສົມທົບ​ກັບ​ບັນດາກົມ​ກອງ​ທະຫານ​ທີ່​ຕັ້ງ​ທັບ​ໃນ​ບໍລິ​ເວນ​ແຂວງ ຈັດ​ຕັ້ງ​ການ​ລາດ​ຕາ​ເວັນ, ກວດກາ, ຮັບປະກັນ​ຄວາມ​ປອດ​ໄພ, ຮັກສາ​ອະທິປະ​ໄຕ​​ເຂດ​ຊາຍ​ແດນ​ຂອງ​ປະ​ເທດ​ຊາດ. ທ່ານ ​ໂຮ່ດຶກ​ເວີນ, ປະທານ​ຄະນະ​ກຳມະການ​ປະຊາຊົນຕາ​ແສງ ​ເຮື໋ອງ​ເລີມ, ເມືອງ ​ເຮື໋ອງຮ໋ວາ, ​ແຂວງ ກວາງ​ຈິ້ ​ໃຫ້​ຮູ້​ວ່າ.

“ບັນຍາກາດ​ຕ້ອນຮັບ​ບຸນ​ເຕັດ ອຸດົມສົມ​ບຸນ​ກວ່າ​ເກ່ົາ. ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່​ຈາກ​ຂັ້ນ​ເທິງ ລົງ​ຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງຂວັນ, ຄະນະ​ບັນຊາ​ການ​ທະຫານ​ຕາ​ແສງ, ຄະນະ​ຕຳຫຼວດ​ຕາ​ແສງ​ສົມທົບ​ກັບ​ຄະ​ນະ​ບັນຊາ​ການ​ທະຫານ​ປ້ອມ​ຊາຍ​ແດນ ຜັນ​ຂະຫຍາຍ​ການ​​ເວັນ​ຍາມ​ໃນ​ຊຸມ​ມື້ບຸນ​ເຕັດ, ກຽມພ້ອມ​ສູ້​ຮົບ​ໃນ​ທຸກ​ສະພາບ​ການ​ເມື່ອ​ເກີດ​ຂຶ້ນ.”

ຂ່າວ/ບົດ​ອື່ນ