ໄພນ້ຳຖ້ວມເຄີຍເກີດຂຶ້ນຢູ່ພາກກາງຫວຽດນາມ
ພາບ:internet
|
(vovworld) - ຕອນເຊົ້າວັນທີ 3/8 ຢູ່ ແຂວງ Quang Binh, ກະຊວງກໍ່ສ້າງໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີກ່ຽວກັບການຜັນຂະຫຍາຍທົດລອງມາດຕະການຫນູນຊ່ວຍຄອບຄົວທຸກຍາກ ຍົກສູງຄວາມ ປອດໄພດ້ານເຮືອນຢູ່, ຮັບມືກັບໄພນ້ຳຖ້ວມຢູ່ທາງທິດເຫນືອພາກກາງ ແລະ ເຂດແຄມທະເລພາກກາງ ຫວຽດນາມ. ໂຄງການດັ່ງກ່າວໄດ້ຮັບການຜັນຂະຫຍາຍທົດລອງນັບແຕ່ນີ້ຮອດໝົດເດືອນ 03/2013 ຢູ່ 14 ຕາແສງ ຂອງ 7 ແຂວງ ທາງກາງຫວຽດນາມ. ທ່ານ Nguyen Tran Nam ລັດຖະມົນຕີຊ່ວຍວ່າການກະຊວງກໍ່ສ້າງ ຫວຽດນາມ ໃຫ້ຮູ້ວ່າ:
“ກະຊວງກໍ່ສ້າງໄດ້ສະເຫນີບັນດາມາດຕະການ, ຮູບແບບ ກໍຄືບັນດາກົນໄກນະໂຍບາຍເພື່ອປະຕິບັດໂຄງການນີ້. ຕໍ່ຫນ້າສະພາບການປ່ຽນແປງຂອງດິນຟ້າອາກາດຢ່າງວ່ອງໄວ ແລະ ຍາກທີ່ຄາດຄະເນໄດ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳຄວນດຳເນີນທົດລອງກ່ອນຜັນຂະຫຍາຍອອກສູ່ວົງກວ້າງ ເພື່ອໃຫ້ປະຊາຊົນໃນເຂດທີ່ເຄີຍຖືກຜົນສະທ້ອນຈາກໄພນ້ຳຖ້ວມໄດ້ຮັບການຍົກສູງຄວາມປອດໄພດ້ານເຮືອນຢູ່ ແລະ ຊີວິດອີນຊີ, ຊ່ວຍໃຫ້ເຂົາເຈົ້າມີຊີວິດ, ເຮືອນຢູ່ ປອດໄພ, ເປັນປົກກະຕິ”