ຜັນຂະຫຍາຍໂຄງການຫລຸດຜ່ອນຄວາມທຸກຍາກໃຫ້ເຂດໄຕງວຽນ ປີ 2015

ຜັນຂະຫຍາຍໂຄງການຫລຸດຜ່ອນຄວາມທຸກຍາກໃຫ້ເຂດໄຕງວຽນ ປີ 2015 - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/4, ຢູ່​ນະຄອນ ຕາມ​ກີ, ​ແຂວງ ກວາງ​ນາມ, ຄະນະ​ຄຸ້ມ​ຄອງ​ໂຄງການຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ເຂດ​ໄຕ​ງວຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ແຜນການ ປີ 2015 ​ໃຫ້​ພະນັກງານ​ຂັ້ນ​ເມືອງ ​ແລະ ຕາ​ແສງ ທີ່​ນອນ​ໃນເຂດ​ຮັບ​ຜົນ​ປະ​ໂຫຍ​ດຂອງ​ໂຄງການ. ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​​ໃຫ້​ເຂດ​ໄຕ​ງວຽນ ​ໄດ້​ປະຕິບັດ​ແຕ່ ປີ 2014 ​ເຖິງ ປີ 2019 ຢູ່ 130 ຕາ​ແສງ ຂຶ້ນ​ກັບ 26 ​ເມືອງ ຂອງ 6 ​ແຂວງ: ດັກ​ລັກ, ດັກ​ນົງ, ຢາ​ລາຍ, ກອນ​ຕຸ​ມ, ກວາງ​ຫງາຍ ​ແລະ ກວາງນາມ ດ້ວຍ​ຈຳນວນ​ເງິນ​ລົງ​ທຶນ 165 ລ້ານ USD​, ຈາກ​ແຫຼ່ງທຶນ​ງົບປະ​ມານ ​ແລະ ທຶນ​ກູ້​ຢືມ ODA ຂອງ​ທະນາຄານ​​ໂລກ. ​ໂຄງການ​ແນໃສ່​ຍົກ​ສູງ​ລະດັບຄອງ​ຊີບ ​ຜ່ານ​ການ​ປັບປຸງ ​ແລະ ພັດທະນາ​ຊີວິດ​ການ​ເປັນຢູ່​​ໃຫ້​ປະຊາຊົນ ບັນດາ​ຕາ​ແສງ​ທີ່​ທຸກ​ຍາກ​​ແບບ​ຢືນ​ຍົງ, ພັດທະນາ​ພື້ນຖານໂຄງ​ລ່າງ​ ​ຂັ້ນ​ຕາ​ແສງ ​ແລະ ບ້ານ. ຢູ່​ແຂວງ ກວາງ​ນາມ, ​ໂຄງການ​ໄດ້​ຜັນ​ຂະຫຍາຍ​ຢູ່ 15 ຕາ​ແສງ ຂອງ 3 ​ເມືອງ​ຄື: ນາມ​ຈ່າ​ມີ, ຟືກ​ເຊີນ ​ແລະ ນາມ​ຢາງ. ​ໃນ​ປີ​ນີ້ ​ໂຄງການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ຈະ​ໄດ້​ລົງທຶນ​ກໍ່ສ້າງ​ກິດຈະກຳ​​ພື້ນຖານໂຄງ​ລ່າງ​ 30 ​ແຫ່ງ ຢູ່​ແຂວງ ກວາງ​ນາມ.

ຂ່າວ/ບົດ​ອື່ນ