ຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ ດີໂອຊິນ 300 ຄົນ ໄດ້ຮັບການລ້າງພິດ

ຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ ດີໂອຊິນ 300 ຄົນ ໄດ້ຮັບການລ້າງພິດ - ảnh 1
ກວດພະຍາດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ
(ພາບ: hanoimoi.com.vn)

(vovworld) - ພາຍຫຼັງ 5 ປີ ​ແຫ່ງ​ການ​ຄົ້ນ​ຄ້ວາ ​ແລະ ປະຕິບັດ​ທົດ​ລອງ, ນັບ​ແຕ່​ເດືອນ 1 ປີ 2011, ​ໂດຍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ເພື່ອ​ຊີ​ວິດ ອາຊີ - ປາຊີ​ຝິກ, ສູນ​ກາງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນຫວຽດນາມ​ ຕົກລົງ​ນຳ​ສູນ​ລ້າງ​ພິດ ດີ​ໂອ​ຊິນ ​ແຂວງ ທ້າຍ​ບິ່ງ​ເຂົ້າ​ເຄື່ອນ​ໄຫວ. ​ໃນ 1 ປີ​ທີ່​ຜ່ານ​ມາ, ທາງ​ສູນ​ໄດ້​ດຳ​ເນີນ​ການ​ລ້າງ​ພິດ​ໃຫ້​ປະຊາຊົນ​ປະມານ 300 ຄົນ, ​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ​ແລະ ​ໃນ​ເບື້ອງ​ຕົ້ນ​ໄດ້​ປະກອບສ່ວນ​ປັບປຸງ​ສຸຂະພາບ​ໃຫ້​ແກ່​ເຂົາ​ເຈົ້າ​ນັບ​ມື້​ນັບ​ດີ​ຂຶ້ນ. ພົນ​ຕີ Tran Xuan Thu, ຮອງ​ປະທານ​ສູນ​ກາງ​ສະມາຄົມ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາ​ດພິດ​ສີ​ສົ້ມ/​ດີ​ໂອ​ຊິນ, ​ໃຫ້​ຮູ້​ວ່າ:

        ”ຜູ້​ທີ່​ໄດ້​ຮັບ​ການ​ລ້າງ​ພິດ​ຕາມ​ວິທີ​ຂອງສູນ​ລ້າງ​ພິດ ດີ​ໂອ​ຊິນ ​ແຂວງ ທ້າຍ​ບິ່ງ​​ ລ້ວນ​ແຕ່​ໄດ້​ຮັບ​ຜົນ​ດີ​ທີ່​ສຸດ. ປະຈຸ​ບັນຫາ​ກໍ່​ປະຕິບັດ​ການ​ລ້າງ​ພິດຢູ່​ແຂວງ ທ້າຍ​ບິ່ງ​ເທົ່າ​ນັ້ນ, ສ່ວນ​ຢູ່​ແຫ່ງ​ອື່ນໆ​ກໍ່​ຢາກ​ຜັນ​ຂະຫຍາຍ. ພວກ​ເຮົາ​ພວມ​ມີ​ການ​ພົວພັນ​ກັບປະ​ເທດ​ຈຳນວນ​ໜຶ່ງ​ຄື​ອົດ​ສະ​ຕາ​ລີ, ​ເຂົາ​ເຈົ້າ​ກໍ່​ມີ​ມາດ​ຕະການ​ສະ​ເໜີ​ແນະ​ໃຫ້​ພວກ​ເຮົາເພື່ອ​ຊ່ວຍ​ເຫຼືອ​ຜູ້​ປະສົບ​ເຄາະ​ຮ້າຍ. ປະຈຸ​ບັນ, ພວກ​ເຮົາ​ພວມ​ຊອກ​ຫາ​ວິທີ​ລ້າງ​ພິດ​ດ້ວຍ​ການ​ສົມທົບ​ຢາ​ພື້ນ​ເມືອງ​ກັບ​ຢາ​ຫຼວງ. ​ແລະ​ໃນ​ສອງ, ສາມ​ປີ​ຈະ​ມາ​ເຖິງ​ທາງ​ສູນຈະ​ສືບ​ຕໍ່ປິ່ນປົວ​ພະຍາດ​ຕາມ​ວິທີ​ດັ່ງກ່າວໃຫ້ຜູ້ປະສົບ​ເຄາະ​ຮ້າຍ​ຈາ​ກທາດ​ພິດ​ສີ​ສົ້ມ ດີ​ໂອ​ຊິນ ”

ຂ່າວ/ບົດ​ອື່ນ