ຜູ້ມີສິດເລືອກຕັ້ງ ອາເມລິກາ ເກືອບ 22 ລ້ານຄົນໄປປ່ອນບັດກ່ອນກຳນົດເວລາ

(VOVWORLD) - ຜູ້ມີສິດເລືອກຕັ້ງ ອາເມລິກາ ເກືອບ 22 ລ້ານຄົນໄດ້ໄປປ່ອນບັດກ່ອນກຳນົດເວລາ ໃນສະພາບຍັງມີຄວາມກັງວົນກ່ຽວກັບໂລກລະບາດໂຄວິດ-19 ແລະ ຍັງກ່ວາ 2 ອາທິດຈະຮອດວັນເລືອກຕັ້ງທົ່ວປະເທດ. 
ຜູ້ມີສິດເລືອກຕັ້ງ ອາເມລິກາ ເກືອບ 22 ລ້ານຄົນໄປປ່ອນບັດກ່ອນກຳນົດເວລາ - ảnh 1ຜູ້ມີສິດເລືອກຕັ້ງ ອາເມລິກາ ເກືອບ 22 ລ້ານຄົນໄປປ່ອນບັດກ່ອນກຳນົດເວລາ (ພາບ: Reuters)

  ໄລ່ຮອດວັນທີ 16 ຕຸລາ (ຕາມເວລາ ອາເມລິກາ) ຜູ້ມີສິດເລືອກຕັ້ງ ອາເມລິກາ ຫລາຍກ່ວາ 21,8 ລ້ານຄົນໄດ້ໄປປ່ອນບັດກ່ອນກຳນົດເວລາ, ຫລາຍກ່ວາເມື່ອທຽບໃສ່ຕົວເລກ 1,4 ລ້ານຄົນໃນການເລືອກຕັ້ງທົ່ວປະເທດປີ 2016, ເປັນການສົ່ງສັນຍານໃຫ້ເຫັນວ່າ ອັດຕາຜູ້ໄປປ່ອນບັດເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນປີ 2020 ຈະບັນລຸສະຖິຕິສູງ. ທ່ານສາດສະດາຈານ Micheal McDonald, ຫົວໜ້າໂຄງການໄຈ້ແຍກຂໍ້ມູນສະເພາະການເລືອກຕັ້ງຢູ່ມະຫາວິທະຍາໄລ Florida ຄາດຄະເນວ່າ ໃນປີນີ້ ຈະມີຜູ້ມີສິດເລືອກຕັ້ງ 150 ລ້ານຄົນໄປປ່ອນບັດ, ເຊິ່ງເປັນສິ່ງທີ່ບໍ່ເຄີຍມີມາກ່ອນນັບແຕ່ປີ 1908 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ