ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ນີ້ ຈະ​ມີ​ການ​ປ່ຽນ​ແປງ​ໃໝ່, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດດີ​ທີ່​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ

(VOVWORLD) -ຜູ້ມີສິດເລືອກຕັ້ງ ບຸ່ຍທິອານ, ອະດີດສະມາຊິກສະພາແຫ່ງຊາດຊຸດທີ XIII ເຊື່ອໝັ້ນວ່າ, ສະມາຊິກສະພາແຫ່ງຊາດຊຸດໃໝ່ - ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນ ຈະປຶກສາຫາລື ແລະ ຕົກລົງບັນດາບັນຫາສຳຄັນທີ່ສຸດຂອງປະເທດຊາດ; ສ້າງບັນດາປະມວນກົດໝາຍ ທີ່ມີລັກສະນະກຳນົດທິດເພື່ອພັດທະນາເສດຖະກິດ - ສັງຄົມ. 
ຜູ້​ມີ​ສິດ​ເລືອ​ກ​ຕັ້ງ​ມີ​ຄວາມ​ປາດ​ຖະ​ໜາ​ວ່າ ອາ​ຍຸ​ການ​ສະ​ພາ​ແຫ່ງ​ຊາດ​ຊຸດ​ນີ້ ຈະ​ມີ​ການ​ປ່ຽນ​ແປງ​ໃໝ່, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດດີ​ທີ່​ສຸດ​ໃຫ້​ແກ່​ປະ​ຊາ​ຊົນ - ảnh 1ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV (ພາບ: TTXVN)

ພິທີໄຂກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ໄດ້ດຳເນີນໃນຕອນເຊົ້າວັນທີ 20 ກໍລະກົດ ແລະ ໄດ້ຮັບຄວາມສົນໃຈຕິດຕາມຈາກຜູ້ມີສິດເລືອກຕັ້ງຫຼາຍຄົນໃນທົ່ວປະເທດ ແລະ ເຂົາເຈົ້າກໍຢາກຝາກຝັງຄວາມມຸ່ງມາດປາດຖະໜາ ກໍຄື ຕັ້ງຄວາມຫວັງວ່າ ສະພາແຫ່ງຊາດຊຸດໃໝ່ ຈະມີການປ່ຽນແປງໃໝ່ຫຼາຍຢ່າງ ແລະ ນຳມາເຊິ່ງຜົນປະໂຫຍດດີທີ່ສຸດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ຜູ້ມີສິດເລືອກຕັ້ງ ບຸ່ຍທິອານ, ອະດີດສະມາຊິກສະພາແຫ່ງຊາດຊຸດທີ XIII ເຊື່ອໝັ້ນວ່າ, ສະມາຊິກສະພາແຫ່ງຊາດຊຸດໃໝ່ - ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ປະຊາຊົນ ຈະປຶກສາຫາລື ແລະ ຕົກລົງບັນດາບັນຫາສຳຄັນທີ່ສຸດຂອງປະເທດຊາດ; ສ້າງບັນດາປະມວນກົດໝາຍ ທີ່ມີລັກສະນະກຳນົດທິດເພື່ອພັດທະນາເສດຖະກິດ - ສັງຄົມ. ສຳຄັນທີ່ສຸດ ແມ່ນປະຕິບັດຖືກຕ້ອງຕາມເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ. ທ່ານກ່າວວ່າ:

ດ້ວຍເປົ້າໝາຍ ບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເປື້ອງຫຼັງ, ສິ່ງດັ່ງກ່າວໄດ້ວາງອອກຄວາມທ້າທາຍທີ່ໃຫຍ່ຫຼວງຕໍ່ບັນດາສະມາຊິກສະພາແຫ່ງຊາດ ທີ່ໄດ້ຮັບການເລືອກຕັ້ງ, ໄດ້ຮັບຄວາມໄວ້ວາງໃຈ ແລະ ຄວາມຝາກຝັງຂອງປະຊາຊົນ ສະນັ້ນ ຕ້ອງປະຕິບັດຄວາມຮັບຜິດຊອບຂອງຕົນຢ່າງສຸດຂີດ. ຂ້າພະເຈົ້າຫວັງວ່າ ບັນດາສະຫາຍຈະປະຕິບັດຖືກຕ້ອງຕາມຄຳໝັັ້ນສັນຍາເຊິ່ງບັນດາສະຫາຍໄດ້ໝັ້ນໝາຍຕໍ່ຜູ້ມີສິດລືອກຕັ້ງ”.

ນາງ ຟ້າມທິບິກລຽນ, ຜູ້ມີສິດເລືອກຕັ້ງເມືອງ ຮາຍບ່າຈິງ, ຮ່າໂນ້ຍ ປາດຖະໜາວ່າ:

ຜ່ານບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຕໍ່ຜູ້ນຳທຸກທ່ານໃນອາຍຸການໃໝ່ນີ້, ບໍ່ພຽງແຕ່ຂ້າພະເຈົ້າເທົ່ານັ້ນ ຫາກຍັງມີປະຊາຊົນຫຼາຍຄົນ ລ້ວນແຕ່ມີຄວາມເຊື່ອໝັ້ນຄືແນວນັ້ນ. ຂ້າພະເຈົ້າກໍເຫັນດີນຳທ່ານນາຍົກລັດຖະມົນຕີ, ໃນໄລຍະຜ່ານມາ ເຖິງວ່າຍັງປ້ອງກັນ, ຕ້ານໂລກລະບາດ ແຕ່ກໍຍັງຮັບປະກັນຊີວິດການເປັນຢູ່ໃຫ້ແກ່ຊາວຜູ້ອອກແຮງງານທຸກຄົນ, ບໍ່ໃຫ້ຜູ້ໃດຖືກອິດຫີວ. ຂ້າພະເຈົ້າເຫັນວ່າ ເພິ່ນໄດ້ມີການບໍລິຫານຢ່າງຖືກຕ້ອງ ແລະ ເໝາະສົມທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ