ຜູ້ມີສິດເລືອກຕັ້ງສະເໜີຫຼາຍບັນຫາກ່ຽວກັບ ເສດຖະກິດ-ສັງຄົມ

  ຜູ້ມີສິດເລືອກຕັ້ງສະເໜີຫຼາຍບັນຫາກ່ຽວກັບ ເສດຖະກິດ-ສັງຄົມ - ảnh 1

ຫົວໜ້າຄະນະ ສ.ສ.ຊ ​ແຂວງ​ດົງ​ນາຍ ທ່ານ ເຈີນວັນຕື ພວມກ່າວຄຳເຫັນຕໍ່ໜ້າບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​
(ພາບ:  baodongnai.com.vn) 


Vovworld- ພາຍຫຼັງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງຊາດ ຫວຽດນາມທີ 13, ບັນດາ ສ.ສ.ຊ ​ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ຫຼາຍ​ທ້ອງ​ຖິ່ນ. ວັນ​ທີ 27/6, ຄະນະ ສ.ສ.ຊ ​ແຂວງ​ດົງ​ນາຍ ໄດ້​ລົງ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ເມືອງ ​ເຍີນ​ແຈກ, ລອງ​ແທ່ງ ​ແລະ ນະຄອນ​ບຽນ​ຮ່ວາ. ບັນດາ ສ.ສ.ຊ ​ໄດ້​ຮັບ​ຮູ້​ບັນດາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ຮ້ອງທຸກ​ກ່ຽວ​ກັບ​ການ​ຍາດ​ຊິງ​ສິດ​ນຳ​ໃຊ້​ທີ່​ດິນ​ໃນ​ໝູ່​ປະຊາຊົນ, ວຽກ​ງານ​ວາງ​ແຜນຜັງ, ການ​ແກ້​ໄຂ​ນະ​ໂຍບາຍ​ແຮງ​ງານ..........ບັນດາ​ ສ.ສ.ຊ ຢືນຢັນ​ວ່າ ບັນຫາ​ໃດ​ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ຮັບຜິດ​ຊອບ​ຄຸ້ມ​ຄອງລັດ​ຢູ່​ທ້ອງ​ຖິ່ນ​ຈະ​ໄດ້​ຮັບ​ການ​ກວດກາ ​ແລະ ​ແກ້​ໄຂ​ຕາມ​ລະບຽບ​ກົດໝາຍ. ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຢູ່ ​ໄຕ​ນິງ ສະ​ເໜີ​ວ່າ ສູນ​ກາງ​ຈະ​ປະຕິບັດ​ຍົກ​ສູງລະບອບ​ໃຫ້​ແກ່​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປວຍ​ໂດຍ​ໄວ, ໜູນ​ຊ່ວຍ​ຜູ້​ຜະລິດ​ເຂົ້າ, ຍູ້​ໄວ​ການ​ປະຕິບັດ​ບັນດາ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ນະ​ໂຍບາຍ​ດຶງ​ດູດ​ຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ປະກອບສ່ວນ​ດຶງ​ດູດ​ບັນດາ​ເປົ້າ​ໝາຍ​ມີ​ຄວາມ​ຮູ້ຄວາມ​ສາມາດ​ໄປ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ