ຜູ້ອຳນວຍການໃຫຍ່ IAEA ພົບປະກັບ ສື່ມວນຊົນ ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ຜູ້ອຳນວຍການໃຫຍ່ IAEA ພົບປະກັບ ສື່ມວນຊົນ ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ - ảnh 1
(ຜູ້ອຳ​ນວນ​ການ​ໃຫຍ່ອົງການ​ປະລະ​ມາ​ນູສາກົນ (IAEA) ​ທ່ານ Yukiya Amano)

(vovworld) - ຜູ້ອຳ​ນວນ​ການ​ໃຫຍ່ອົງການ​ປະລະ​ມາ​ນູສາກົນ (IAEA) ​ທ່ານ Yukiya Amano ໄດ້​ມີ​ການພົບ​ປະ​ກັບ​ສື່​ມວນ​ຊົນ ​ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ພົບ​ປະ, ຜູ້ອຳ​ນວຍ​ການ​ໃຫຍ່ Yukiya Amano ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະ​ຍາ​ຍາມ​ຂອງ​ຫວຽດນາມ ​ໃນ​ການ​ເຂົ້າ​ຮ່ວມ ​ແລະ ປະຕິບັດ​ບັນດາ​ສົນ​ທິສັນຍາ​ສາກົນ​ກ່ຽວ​ກັບ​ຄວາມ​ສະຫງົບປອດ​ໄພ ​ແລະ ບໍ່​ແຜ່ນ​ຂະຫຍາຍ​ອາວຸດ​ນິວ​ເຄຼຍ, ກໍ່​ຄື​ບັນດາ​ບາດ​ກ້າວ​ກະກຽມ​ຂອງ​ຫວຽດນາມ ​ໃຫ້​ແກ່​ໂຄງການ​ໄຟຟ້າ​ນິວ​ເຄຼຍ.

        ຜູ້ອຳ​ນວຍ​ການ​ໃຫຍ່ Yukiya Amano ​ແລະ ທ່ານ ​ເລ​ດິງຕ໋ຽນ, ຮອງ​ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ​ໄດ້​ແນະນຳ​ກ່ຽວ​ກັບ​ບົດບາດ​ຂອງ​ອົງການ IAEA ​ໃນ​ການ​ຊຸກຍູ້​ການ​ນຳ​ໃຊ້, ຮັບປະກັນ​ຄວາມ​ສະຫງົບປອດ​ໄພ ​ແລ​ະ ທ່າ​ອຽງບໍ່​ແຜ່​ຂະຫຍາຍ​ອາວຸດ​ນິວ​ເຄຼຍ ​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄຼຍ; ບັນດາ​ມາດ​ຕະການຮັບປະກັນ​ຄວາມ​ສະຫງົບປອດ​ໄພ ​ແລ​ະ ທ່າ​ອຽງພັດທະນາ​​ໄຟຟ້າ​ນິວ​ເຄຼຍ​ຢູ່ໃນ​ໂລກ. ຜູ້ອຳ​ນວຍ​ການ​ໃຫຍ່ Yukiya Amano ​ໄດ້​ແຈ້ງ​ໃຫ້​ຊາບ​ຄວາມ​ສາມາດ​ໜູນ​ຊ່ວຍ​ຂອງ​ອົງການ​ IAEA ສຳລັບ​ບັນດາ​ປະ​ເທດ​ຫາ​ກໍ່​ເລີ່​ມພັດທະນາ​ໄຟຟ້າ​ນິວ​ເຄຼຍ, ​ໃນ​ນັ້ນມີຫວຽດນາມ. ກ່ອນ​ໜ້າ​ນັ້ນ, ທີ່​ການ​ເຮັດ​ວຽກ​ກັບ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ທ່ານ​ລັດຖະມົນຕີ ຫງວຽນ​ກວນ ​ແລະ ຜູ້ອຳ​ນວຍ​ການ​ໃຫຍ່ Yukiya Amano ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ກໍ່​ຄື​ທິດ​ທາງ​ຮ່ວມ​ມື​ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ