ຝູງກ່ຳປັ່ນຮົບຂອງກອງທັບເຮືອ ອາເມລິກາ ເຂົ້າທຽບທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງ

(VOVWORLD) - ຕາມແຜນການແລ້ວ, ຜູ້ບັນຊາການ ແລະ ລູກເຮືອຂອງຄະນະເຂົ້າຢ້ຽມຂ່ຳນັບການນຳນະຄອນ ດ່ານັ້ງ, ກອງບັນຊາການທະຫານເຮືອເຂດ 3
ຝູງກ່ຳປັ່ນຮົບຂອງກອງທັບເຮືອ ອາເມລິກາ ເຂົ້າທຽບທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງ - ảnh 1 ການຕ້ອນຮັບຄະນະ

ຕອນບ່າຍວັນທີ 5 ມີນາ, ໂດຍໄດ້ຄວາມເຫັນດີຈາກລັດຖະບານ ຫວຽດນາມ, ຝູງກ່ຳປັ່ນຮົບຂອງທະຫານເຮືອ ອາເມລິກາ ລວມມີກ່ຳປັ່ນສະໜາມບິນ USS Carl Vinson, ກ່ຳປັ່ນລາດຕາເວນທະເລ USS Lake Champlain ແລະ ກ່ຳປັ່ນພິຄາດ USS Wayne E.Meyer ໄດ້ເຂົ້າທຽບທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງຢ້ຽມຢາມນະຄອນ ດ່ານັ້ງ, ຫວຽດນາມ ແຕ່ວັນທີ 5 – 9 ມີນາ 2018.

        ຕາມແຜນການແລ້ວ, ຜູ້ບັນຊາການ ແລະ ລູກເຮືອຂອງຄະນະເຂົ້າຢ້ຽມຂ່ຳນັບການນຳນະຄອນ ດ່ານັ້ງ, ກອງບັນຊາການທະຫານເຮືອເຂດ 3, ພ້ອມກັນນັ້ນ ກໍ່ໄດ້ຈັດຕັ້ງການເຄື່ອນໄຫວແລກປ່ຽນດ້ານເຕັກນິກ, ພົບປະແລກປ່ຽນແຂ່ງຂັນກິລາ ແລະ ການເຄື່ອນໄຫວວົງຄະນະຍາດຈຳນວນໜຶ່ງ.

ຝູງກ່ຳປັ່ນຮົບຂອງກອງທັບເຮືອ ອາເມລິກາ ເຂົ້າທຽບທ່າກ່ຳປັ່ນ ຕຽນຊາ, ນະຄອນ ດ່ານັ້ງ - ảnh 2ພາບປະກອບ

        ການຢ້ຽມຢາມນະຄອນ ດ່ານັ້ງ ຂອງຝູງກ່ຳປັ່ນສະໜາມບິນ ອາເມລິກາ ໃນຄັ້ງນີ້ ໄດ້ປະຕິບັດຕາມຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດໃນຖະແຫຼງການຮ່ວມ ຫວຽດນາມ - ອາເມລິກາ ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໃນເດືອນ ພະຈິກ 2017; ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນ 2 ຝ່າຍພັດທະນາເໝາະສົມກັບຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາຂອງພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ