ຝຣັ່ງຜັນຂະຫຍາຍກ່ຳປັ່ນສະໜາມບິນໄປຍັງເຂດອ່າວເພື່ອຕ້ານIS

ຝຣັ່ງຜັນຂະຫຍາຍກ່ຳປັ່ນສະໜາມບິນໄປຍັງເຂດອ່າວເພື່ອຕ້ານIS - ảnh 1
ກ່ຳ​ປັ່ນ​ສະ​ໜາມ​ບິນ Charles de Gaulle
(ພາບ: AFP)

(vovworld) – ​ວັນ​ທີ 23/2, ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຝ​ຣັ່ງ ຄົນ​ໜຶ່ງ ໃຫ້​ຮູ້​ວ່າ: ປະ​ເທດນີ້​ໄດ້​ຜັນ​ຂະ​ຫຍາຍ​ກ່ຳ​ປັ່ນ​ສະ​ໜາມ​ບິນ Charles de Gaulle ໄປ​ຍັງ​ເຂດ​ອ່າວ ຄື​ດັ່ງ​ສ່ວນ​ໜຶ່ງ​ໃນ​ບັ້​ນ​​ການ​ທະ​ຫານ ໂດຍ ອາ​ເມ​ລິ​ກາ ນຳ​ໜ້າ​ເພື່ອ​ຕ້ານ​ຄືນ​ອົງ​ການ​ລັດ​ອິດ​ສະ​ລາມ (IS) ຂະ​ໜານ​​ນາມ​ເອງ ຢູ່ ອີ​ຣັກ. ເຈົ້າ​ໜ້​າ​ທ​ີ່​ຜູ້ນີ້​ ຂຶ້ນ​ກັບ​ກຸ່​ມ​ພາ​ລະ​ກອນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຝ​ຣັ່ງ Jean – Yves Le Drian, ໄດ້​ຮັບ​ຮູ້​ແຫຼ່ງ​ຂ່າວ​ດັ່ງ​ກ່າວ​ເມື່ອຜູ້​ຊ່ວຍ​ວຽກ​ຂອງ​ທ່ານ​ໄປ​ຍັງ​ກ່ຳ​ປັ່ນ​ສະ​ໜາມ​ບິນ​ລຳ​ດັ່ງ​ກ່າ​ວ. ຕາ​ມ​ເຈົ້າ​ໜ້າ​ທີ່​ຜູ້ນີ້​ແລ້ວ, ແຕ່​ຕອນ​ເຊົ້າ​ວັນ​ທີ 23/2, ກ່ຳ​ປັ່ນ​ສະ​ໜາມ​ບິນ Charles de Gaulle ໄດ້​ເລີ່ມ​ເຂົ້າ​ຮ່ວມ​ບັນ​ຮົບ​ຢູ່ ອີ​ຣັກ. ເຮືອ​ບິນຂັບ​ໄລ່ Rafale ໄດ້​ບິນ​ຈາກ​ກ່ຳ​ປັ່ນ Charles de Gaulle ເມື່ອ​ກ່ຳ​ປັ່ນ​ລຳ​ນີ້​ຫ່າງ​ຈາກ​​ຝັ່ງທະ​ເລ​ທາງ​​ທິດເໜືອ Bahrain ​ໄປ​ທາງ ອີ​ຣັກ ປະ​ມານ 200 ​ກມ.

 

ຂ່າວ/ບົດ​ອື່ນ