ຝ່າຍຄ້ານຊີຣີກຽມພ້ອມເຊື່ອມຕໍ່ການເຈລະຈາ

ຝ່າຍຄ້ານຊີຣີກຽມພ້ອມເຊື່ອມຕໍ່ການເຈລະຈາ - ảnh 1
ເຂດ Qastal al-Harami, ໃກ​້​ກັບ Aleppo ​ຖືກ​ທຳ​ລາຍ​ຍ້ອນ​ການ​ປະ​ທະ​ກັນ​ໃນ​ວັນ​ທີ 9/12. 
(ພາບ: AFP/TTXVN)

(vovworld) – ວັນ​ທີ 10/12, ທ່ານ Jean – Marc Ayrault, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຝ​ຣັ່ງ ໄດ້​ໃຫ້​ຮູ້​ວ່າ: ຝ່າຍ​ຄ້ານ​ຢູ່ ຊ​ີ​ຣີ ກຽມ​ພ້ອມ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Bashar al –Assad ເຊິ່ງ “ບໍ່​ມີ​​ເງື່ອນ​ໄຂ”. ຂໍ້​ມູນ​ຂ່າວ​ດັ່ງ​ກ່າວ​ໂດຍ​ທ່ານ Ayrault ຍົກ​ອອກ​ມາ​ພາຍຫຼັງ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ຕາງ​ໜ້າ​ຂອ​ງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ຝ່າຍ​ຕາ​ເວັນ​ຕົກ ແລະ ຝ່າ​ຍ​ຄ້ານ ຊີ​ຣີ ຢູ່​ນະ​ຄອນຫຼວງ ປາ​ຣີ. ເມື່ອ​ເຕື້ອງ​ເຖິງວິ​ວັດ​ທະ​ນາ​ການ​ເພື່ອ​ແນ​ໃສ່​ຢຸດ​ຕິ​ເສິກ​ກາງ​ເມືອງ​ແກ່​ຍາວ​ເປັນ​ເວ​ລາ 5 ປີ​ຜ່ານ​ມາ​ຢູ່ ຊີ​ຣີ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Ayrault ໄດ້​ເວົ້າ​ວ່າ: “ພວກ​ເຮົາ​ຕ້ອງ​ຜູກ​ມັດ​ບັນ​ດາ​ເງື່ອນ​ໄຂ​ໃຫ້​ແກ່​ວິ​ວັດ​ການມອບ​ໂອນ​ສິດ​ອຳ​ນາດ​ການ​ເມືອງ​ແທ້​ຈິງ, ແລະ ບັນ​ດາ​ການ​ເຈ​ລະ​ຈາ​ຕ້ອງ​ໄດ້​ເຊື່ອມ​ຕໍ່​ຄືນ​ໃໝ່​ບົນ​ພື້ນ​ຖານ​ຈະ​ແຈ້ງ​ໃນ​ຂອ​ບ​ເຂດ​ມະ​ຕິ ສ​ປ​ຊ”. ເລື່ອງ​ຝ່າຍ​ຄ້ານ ຊີ​ຣີ ຢາກ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ບານ ຊີ​ຣີ ຄືນ​ໃໝ່ ໃນ​ຂະ​ນະ​ກຳ​ລັງ​ຝ່າຍ​ຄ້ານ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຝ່າຍ​ຕ​າ​ເວັນ​ຕົກ, ພວມ​ຖືກ​ປະ​ລາ​ໄຊ. ອາ​ເມ​ລິ​ກາ ແລະ ຝ່າຍ​ຕາ​ເວັນ​ຕົກ ພວມ​ຊອກ​ຫາ​ທຸກໆ​ມາດ​ຕ​ະ​ການ​ໂຈະ​ບັ້​ນ​ຮົບ​ການ​ທະ​ຫານ​ຂອງ​ອຳ​ນາດ​ການ​ປົກ​ຄອງ ຊີ​ຣີ.


ຂ່າວ/ບົດ​ອື່ນ