ພັກNLDຝ່າຍຄ້ານມຽນມາປະກາດເຂົ້າຮ່ວມການຫາສຽງເລືອກຕັ້ງປີ2015

ພັກNLDຝ່າຍຄ້ານມຽນມາປະກາດເຂົ້າຮ່ວມການຫາສຽງເລືອກຕັ້ງປີ2015 - ảnh 1
ທ່ານ​ນາງ Aung San Suu Kyi
(ພາບ: AFP/TTXVN)


(vovworld) – ສະຫະພັນ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ (NLD) ຂອງ​ທ່ານ​ນາງ Aung San Suu Kyi ​ໄດ້​ຖະ​ແຫຼ​ງ​ເມື່ອ​ວັນ​ທີ 28/12 ວ່າ: ພັກ​ນີ້​ຈະ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ເຊິ່ງ​ຄາດ​ວ່າ​ຈະ​ຈັດ​ຕັ້ງ​ໃນ​ທ້າຍ​ປີ 2015 ຈະ​ມາ​ເຖິງ​ໂດຍ​ບໍ່​ຫົວຊາ​ຕໍ່​ລັດຖະທຳ​ມະນູນ​ທີ່ຫ້າມ​ທ່ານ​ນາງ Aung San Suu Kyi ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ຈະ​ມີ​ການ​ປັບປຸງ​ຫຼື​ບໍ່. ຫາງ​ສຽງ​ຖື​ວ່າ, ພັກ NLD ຈະ​ຄັດຄ້ານ​ການ​ເລືອກ​ຕັ້ງ​ນີ້​ຖ້າ​ຫາກ​ລັດຖະທຳ​ມະນູນ​ ມຽນມາ ບໍ່​ມີ​ການ​ປັບ​ປຸງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ພາຍຫຼັງ​ກອງປະຊຸມ​ໃນ​ວັນ​ທີ 28/12 ຂອງ NLD, ​ໂຄສົກ​ຂອງ​ພັກ​ນີ້​ແມ່ນ​ທ່ານ Nyan Win ​ໃຫ້​ຮູ້​ວ່າ: NLD ຈະ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລື​ອກຕັ້ງນັບ​ທັງ​ລັດຖະທຳ​ມະນູນ​ບໍ່​ໄດ້​ຮັບ​ການ​ປັບປຸງ. ​ເດືອນ 7/2013, ສະພາ​ແຫ່ງ​ຊາດ ມຽນມາ ສ້າງ​ຕັ້ງ​ກຳມາ​ທິການ​​ພິຈາລະ​ນາ​ລັດຖະທຳ​ມະ​ນູນລວມມີສະມາຊິກ 109 ຄົນ​ເພື່ອ​ສະ​ເໜີ​ບັນດາ​ການ​ປ່ຽນ​ໃໝ່​ກ່ອນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ປີ 2015. ຕາມ​ຂໍ້​ກຳນົດ​ແລ້ວ, ການ​ປັບປຸງລັດຖະທຳ​ມະນູນມີ​ແຕ່​ໄດ້​ຮັບ​ການ​ປະຕິ​ບັດ​ຖ້າ​ຫາກ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມຈາກສະມາຊິກ​ສະພາ​ແຫ່ງ​ຊາດ​ກ່ວາ 75% ​ແລະ  ກ່ວາ 50% ບັດ​ສະໜັບສະໜູນ​ໃນ​ການ​ເອົາ​ປະຊາ​ມະຕິ​ໃນທົ່ວປະເທດ.

 


ຂ່າວ/ບົດ​ອື່ນ