ພັກກຳນຳນາດ ຊີມບຳເວ ກຳນົດເວລາສຸດທ້າຍໃຫ້ປະທານາທິບໍດີ Robert Mugabe ລາອອກຈາກຕຳແໜ່ງ

(VOVWORLD) - ຕອນທ່ຽງວັນທີ 20 ພະຈິກ ຕາມເວລາທ້ອງຖິ່ນ (ໝາຍຄວາມວ່າ ຕອນບ່າຍວັນທີ 20 ພະຈິກ ຕາມເວລາ ຫວຽດນາມ)
ພັກກຳນຳນາດ ຊີມບຳເວ ກຳນົດເວລາສຸດທ້າຍໃຫ້ປະທານາທິບໍດີ Robert Mugabe ລາອອກຈາກຕຳແໜ່ງ - ảnh 1ທ່ານປະທານາທິບໍດີ Robert Mugabe (ພາບ: AFP/TTXVN)

ແມ່ນເວລາສຸດທ້າຍ ເຊິ່ງພັກ ZANU-PF ກຳອຳນາດຢູ່ ຊີມບຳເວ ກຳນົດໃຫ້ທ່ານ Robert Mugabe ລາອອກຈາກຕຳແໜ່ງເປັນປະທານາທິບໍດີຂອງປະເທດນີ້. ໃນຖະແຫຼງການໜຶ່ງ ທີ່ຍົກອອກມາ ພາຍຫລັງກອງປະຊຸມພິເສດທີ່ຫາກໍ່ດຳເນີນໄປ ຂອງຄະນະກຳມະການສູນກາງພັກ ZANU-PF, ທ່ານລັດຖະມົນຕີກະຊວງຄວາມໝັ້ນຄົງທາງ ອິນເຕີແນັດ Patrick Chinamasa ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Robert Mugabe ຕ້ອງລາອອກຈາກຕຳແໜ່ງກ່ອນເວລາ 12 ໂມງ ວັນທີ 20 ພະຈິກ ຖ້າຫາກບໍ່ຄືດັ່ງນັ້ນ ພັກນີ້ ຈະດຳເນີນວິວັດການພິຈາລະນາໂທດທ່ານ Robert Mugabe. ແລະກໍ່ຕາມເຈົ້າໜ້າທີ່ດັ່ງກ່າວ, ອະດີດຮອງປະທານາທິບໍດີ Emmerson Mnangagwa ທັງເປັນປະທານຄົນໃໝ່ຂອງພັກນີ້ ຈະຕາງໜ້າໃຫ້ພັກນີ້ ອອກສະໝັກຮັບເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ຂອງ ຊີມບຳເວ. ກ່ອນໜ້ານັ້ນ, ໃນວາລະປະຊຸມພິເສດຂອງຄະນະກຳມະການສູນກາງພັກ ZANU-PF, ທ່ານ Robert Mugabe ຖືກປົດຕຳແໜ່ງປະທານພັກນີ້ ແລະ ອະດີດຮອງປະທານາທິບໍດີ Emmerson Mnangagwa ໄດ້ຮັບການເລືອກເຟັ້ນເປັນຜູ້ແທນໃຫ້ທ່ານ Robert Mugabe.

ຕອບກັບ

ຂ່າວ/ບົດ​ອື່ນ