(VOVWORLD) - ພັກ, ລັດ ຫວຽດນາມ ຖື ບຣາຊິນ ເປັນສຳຄັນ, ແມ່ນຄູ່ຮ່ວມມືແຖວໜ້າສັງລວມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິງ
ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບທ່ານປະທານາທິບໍດີ ບຣາຊິນ Luiz Inacio Lula da Silva
(ພາບ: VGP)
|
ຕອນເຊົ້າວັນທີ 28 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຕ້ອນຮັບທ່ານປະທານາທິບໍດີ ສ.ສະຫະພັນ ບຣາຊິນ Luiz Inacio Lula da Silva, ພວມຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 27 – 29 ມີນາ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຢືນຢັນວ່າ, ພັກ, ລັດ ຫວຽດນາມ ຖື ບຣາຊິນ ເປັນສຳຄັນ, ແມ່ນຄູ່ຮ່ວມມືແຖວໜ້າສັງລວມໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ຢູ່ພາກພື້ນ ອາເມລິກາ ລາຕິງ ແລະ ປາດຖະໜາຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດໃໝ່ທີ່ໄດ້ສ້າງຕັ້ງລະຫວ່າງ 2 ປະເທດໃຫ້ເລິກເຊິ່ງ, ກວ້າງຂວາງກວ່າ, ພ້ອມກັນນັ້ນ, ທ່ານກໍ່ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດ, ຄື: ເສດຖະກິດ - ການຄ້າ, ກະສິກຳ, ພະລັງງານ, ການປ້ອງກັນຊາດ ກໍຄືຄວາມສຳຄັນຂອງເລື່ອງເພີ່ມທະວີການແລກປ່ຽນ, ຮ່ວມມືດ້ານການສຶກສາ, ວັດທະນະທຳ, ກິລາ.
ເນື່ອງໃນໂອກາດນີ້, ການນຳ 2 ທ່ານກໍ່ເປັນເອກະພາບບັນດາທິດທາງສຳຄັນ ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດໃນການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ.