ພັດທະນາພື້ນຖານເສດຖະກິດຂຽວແມ່ນຮັກສາ ແລະ ພັດທະນາແຫຼ່ງທຶນທຳມະຊາດ

ພັດທະນາພື້ນຖານເສດຖະກິດຂຽວແມ່ນຮັກສາ ແລະ ພັດທະນາແຫຼ່ງທຶນທຳມະຊາດ - ảnh 1

(ພາບ:http://afamily.vn)

ຕອນ​ເຊົ້າວັນ​ທີ 30/11, ຢູ່ ຮ່າ​ໂນ້ຍ, ກະຊວງ​ ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ທະນາຄານ​ພັດທະນາ​ອາຊີ (ADB), ບັນດາ​ອົງການ​ສາກົນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ສຳ​ມະ​ນາ ບັນດາ​ປະ​ເທດ​ອະນຸພາກ​ພື້ນ​ແມ່​ນ້ຳຂອງ​ເປີດ​ກວ້າງ ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ ດ້ວຍ​ຫົວ​ຂໍ້​ວ່າ ”ການ​ລົງທຶນ​ເຂົ້າ​ແຫຼ່ງທຶນ​ທຳ​ມະ​ຊາດ​ໃຫ້​ແກ່​ພື້ນຖານ​ເສດຖະກິດ​ຂຽວ”. ທ່ານ ຫງວຽນ​ວັນ​ຕ່າ​ຍ, ຫົວໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ນະ​ໂຍບາຍຊັບພະ ຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ກະຊວງ ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ຖື​ວ່າ:

    ”ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ພວມ​ປະຕິ​ບັນ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່, ຫັນປ່ຽນ​​ໂຄງ​ປະກອບ​ເສດຖະກິດ. ວຽກ​ງານ​ທຳ​ອິດ​ ​ແມ່ນ​ຕ້ອງ​ເຮັດຄື​ແນວ​ໃດ ​ເພື່ອ​ຫັນປ່ຽນ​ພາກສ່ວນເສດຖະກິດ. ນີ້​ແມ່ນ​ເນື້ອ​ໃນ​ທີ່​ຫຼາຍ​ປະ​ເທດ​ພວມປະຕິບັດ, ​ແຕ່​ສຳ​ຫຼັບ​ພາກ​ພື້ນ​ແມ່​ນ້ຳຂອງ​ນີ້​ພັດແມ່ນ​ບັນຫາ​ທີ່​ບໍ່​ງາຍ​ດາຍ​”.

    ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ກໍ່​ໄດ້​ແບ່ງປັນ​​ກຳນົດ​ທິດ​ຍຸດ​ທະ​ສາດກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ, ປິກ​ສາ​ຫາລື​ບັນດາ​ມາດ​ຕະການ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ການ​ອະນຸລັກ​ຮັກສາ ​ແລະ​ພັດທະນາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ, ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຂຽວ​ໃນ​ອະນຸພາກ​ພື້ນ​ແມ່​ນ້ຳຂອງ.

 


ຂ່າວ/ບົດ​ອື່ນ