ພິທີບູຊາສາຕັກປີ2018ຖືກຈັດຂຶ້ນຢ່າງສົມກຽດ

(VOVWORLD) -ພິທີບູຊາສາຕັກປີ 2018 ຖືກຈັດຂຶ້ນໃນຕອນບ່າຍວັນທີ 27 ມີນາ ທີ່ເວທີບູຊາສາຕັກ ຕາແສງ ທ້ວນຮ່ວາ ນະຄອນ ເຫ້ວ.

ພິທີບູຊາສາຕັກປີ2018ຖືກຈັດຂຶ້ນຢ່າງສົມກຽດ - ảnh 1 ພິທີບູຊາສາຕັກ

ພາບ:vietnam+

ເວທີບູຊາ ສາຕັກແມ່ນຫນຶ່ງໃນບັນດາຮ່ອງຮອຍພະລາດຊະວັງທີ່ມີຄວາມສຳຄັນພິເສດຂອງກຸງເກົ່າເຫ້ວ.  ທ່ານ ຟານແທງຫາຍ, ຜູ້ອຳນວຍການສູນອະນຸລັກຮັກສາເຂດປູຊະນີຍະສະຖານກຸງເກົ່າເຫ້ວ ໃຫ້ຮູ້ວ່າ:

        “ເລື່ອງຟື້ນຟູພິທີບູຊາ ສາຕັກ ແມ່ນຢາກວາດພາບໃຫ້ເຫັນພິທີກຳຂອງຄົນລຸ້ນກ່ອນ ເພື່ອໃຫ້ຄົນລຸ້ນຫລັງອາດຈະເຂົ້າໃຈໄດ້ຄົນລຸ້ນກອ່ນ ມີຄວາມມຸ້ງມາດປາດຖະຫນາກ່ຽວກັບຊີວິດອີ່ມໜຳສຳລານສົມບູນພູນສຸກ, ລະດູການເກັບກ່ຽວໄດ້ຮັບຜົນດີ, ປະເທດຊາດມີຄວາມສະຫງົບສຸກ.”

ຕອບກັບ

ຂ່າວ/ບົດ​ອື່ນ