ພິທີມອບລາງວັນການ ເສັງແຕ່ງບົດກະວີ ແລະ ບົດເພງ “ທະເລຫວຽດນາມ“

ພິທີມອບລາງວັນການ ເສັງແຕ່ງບົດກະວີ ແລະ ບົດເພງ “ທະເລຫວຽດນາມ“ - ảnh 1
ພາບປະກອບ

( vovworld ) – ພິທີ​ມອບ​ລາງວັນ ​ແລະ​ ສະ​ແດງ​ບັນດາ​ບົດ​ປະພັນ​ໄດ້​ຮັບ​ລາງວັນ​ໃນ​ການ​ເສັງ​ທີ່​ມີ​ຊື່ວ່າ “ທະ​ເລ​ຫວຽດນາມ“ ​ໂດຍ​ສະມາຄົມ​ນັກ​ດົນຕີ​ຫວຽດນາມ, ສະມາຄົມ​ນັກ​ປະພັນ​ຫວຽດນາມ ສົມທົບ​ກັນ​ຈັດ​ຂຶ້ນ ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ຄ່ຳ​ວັນ​ທີ 19/2 ຢູ່​ຫໍ​ວັດທະນະທຳ​ມິດຕະພາບ​ຮ່າ​ໂນ້ຍ. ການ​ເສັງ​ຊອກ​ຮູ້​ໄດ້​ຮັບ​ບົດ​ກະວີ​ກວ່າ 1000 ບົດ ​ແລະ ບົດ​ເພງ​ກ່ວາ 400 ບົດ ​ໃນ​ໄລຍະ​ແຕ່​ວັນ​ທີ 15/8-15/12/2011. ບັນດາບົດ​ປະພັນ​ເຂົ້າຮ່ວມ​ການ​ເສ​ັງຊອກ​ຮູ້​ໄດ້​ສ່ອງ​ແສງ​ເນື້ອ​ໃນ​ທີ່​ອຸດົມສົມບູນ, ຫຼາບຍຮູບ​ຫຼາຍ​ແບບ ກ່ຽວ​ກັບ​ຫົວ​ເລື່ອງ​ໝູ່​ເກາະ​ທະ​ເລ ຊື່​ງສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ມີຕໍ່​ທຳ​ມະ​ຊາດ, ຕໍ່​ເຂດ​ໝູ່​ເກາະ​ທະ​ເລ​ຫວຽດນາມ, ຄວາມ​ຮັກ​ຊາດ, ​ພ້ອມ​ກັບ​ຄວາມ​ມຸ້ງ​ຫວັງ​ສັນຕິພາບ​ຂອງ​ປະຊາຊົນ​ຫວຽດນາມ.

ຂ່າວ/ບົດ​ອື່ນ