ພິທີລົງນາມໂຄງການສົມທົບກັນຄົ້ນຄ້ວາທິດສະດີ-ພຶດຕິກຳຕົວຈິງກ່ຽວກັບການປ້ອງກັນປະເທດ

(VOVWORLD) - ໂຄງການສົມທົບກັນລະຫວ່າງ 2 ອົງການໄດ້ສຸມໃສ່ຄົ້ນຄ້ວາວິທະຍາສາດເພື່ອເຮັດແຈ້ງບັນດາທັດສະນະ, ແນວຄິດຊີ້ນຳ, ຫຼັກການ, ແຜນນະໂຍບາຍ...
ພິທີລົງນາມໂຄງການສົມທົບກັນຄົ້ນຄ້ວາທິດສະດີ-ພຶດຕິກຳຕົວຈິງກ່ຽວກັບການປ້ອງກັນປະເທດ - ảnh 1ພິທີລົງນາມລະຫວ່າງ 2 ຝ່າຍ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ຮ່າໂນ້ຍ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ສະພາທິດສະດີສູນກາງໄດ້ຈັດຕັ້ງກອງປະຊຸມລົງນາມໃນໂຄງການສົມທົບ ກັນຄົ້ນຄ້ວາທິດສະດີ - ພຶດຕິກຳຕົວຈິງ ກ່ຽວກັບການປ້ອງກັນປະເທດໃນພາລະກິດປົກປັກຮັກສາປະເທດຊາດ (ໄລຍະ 2018 – 2021).

        ໂຄງການສົມທົບກັນລະຫວ່າງ 2 ອົງການໄດ້ສຸມໃສ່ຄົ້ນຄ້ວາວິທະຍາສາດເພື່ອເຮັດແຈ້ງບັນດາທັດສະນະ, ແນວຄິດຊີ້ນຳ, ຫຼັກການ, ແຜນນະໂຍບາຍ, ມາດຕະການ, ປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດໃນພາລະກິດປົກປັກຮັກສາປະເທດຊາດ ແລະ ບັນດາບັນຫາທີ່ຫາກໍ່ເກີດຂຶ້ນໃນພຶດຕະກຳຕົວຈິງດ້ານການທະຫານ, ປ້ອງກັນຊາດ, ປົກປັກຮັກສາປະເທດຊາດ. ສາດສະດາຈານ, ປອ ຫງວຽນຊວນຖັ໊ງ, ປະທານສະພາທິດສະດີສູນກາງ, ໃຫ້ຮູ້ວ່າ:

        “ຂໍ້ຕົກລົງເພື່ອປະຕິບັດສຳເລັບຕ້ອງມີຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງບັນດາອົງການລັດຖະບານ, ບັນດານັກວິທະຍາສາດໃນກອງທັບ. ສະພາທິດສະດີກໍ່ຄືບັນດານັກວິທະຍາສາດມີໜ້າທີ່ໃຫ້ຄຳປຶກສາ, ສ້າງ, ສຸມໃສ່ເຂົ້າເນື້ອໃນການສະຫລຸບ, ສົມທົບກັນຄົ້ນຄ້ວາ, ກອງປະຊຸມສຳມະນາຮຽບຮຽງຫຼັກສູດການສອນກໍ່ຄືວຽກງານບຳລຸງສ້າງ.”

ຕອບກັບ

ຂ່າວ/ບົດ​ອື່ນ