ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ

(VOVWORLD) - ຕອນເຊົ້າວັນທີ 24 ພຶດສະພາ, ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ສະພາແຫ່ງຊາດ ຫວຽດນາມ, ປະທານປະເທດ, ລັດຖະບານ ແລະ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດງານສົບທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ ຂຶ້ນຢ່າງສົມກຽດຕາມລະດັບຊາດ.

ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ - ảnh 1ພິທີໄຫວ້ອາໄລ ໄດ້ດຳເນີນຢູ່ຫໍງານສົບແຫ່ງຊາດ ເຈິ່ນແທັງຕົງ (ພາບ: VOV)

ພິທີວາງພວງມາລາໄວ້ອາໄລ ໄດ້ດຳເນີນຢູ່ຫໍງານສົບແຫ່ງຊາດ ເຈິ່ນແທັງຕົງ, ຮ່າໂນ້ຍ, ເລີ່ມແຕ່ 7 ໂມງ ຂອງວັນທີ 24 ພຶດສະພາ ຫາ 7 ໂມງຂອງວັນທີ 25 ພຶດສະພາ.

ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ - ảnh 2ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ ກ່າວເປີດພິທີງານສົບ (ພາບ: VOV)

        ເມື່ອກ່າວຄຳເຫັນເປີດພິທີໄຫວ້ອາໄລ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຫງວຽນຮວ່າບິ່ງ, ຫົວໜ້າຄະນະຈັດຕັ້ງງານສົບ ໄດ້ສະຫຼຸບຊີວະປະຫວັດຫຍໍ້, ບັນດາການປະກອບສ່ວນຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແລະ ປະກາດບັນຊີລາຍຊື່ຄະນະຈັດງານສົບ:

         “ກວ່າ 50 ປີແຫ່ງການເຄື່ອນໄຫວປະຕິວັດ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດປະຕິວັດອັນສະຫງ່າລີສີຂອງພັກ, ຂອງຊາດ ຫວຽດນາມ. ທ່ານໄດ້ຮັບຫຼຽນໄຊດາວຄຳ, ຫຼຽນກາອາຍຸພັກຄົບຮອບ 65 ປີ, ພ້ອມດ້ວຍຫຼຽນໄຊ, ຫຼຽນກາ ແລະ ລາງວັນອັນສູງສົ່ງອື່ນໆຈາກພັກ, ລັດ ຫວຽດນາມ ແລະ ສາກົນ. ການຈາກໄປຂອງທ່ານ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແລະ ຄອບຄົວທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ.”

ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ - ảnh 3ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ເຂົ້າວາງພວງມາລາໄວ້ອາໄລ (ພາບ: VOV)

        ພາຍຫຼັງທີ່ຫົວໜ້າຄະນະຈັດຕັ້ງງານສົບຂຶ້ນກ່າວຄຳເຫັນ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂດຍທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ເປັນຫົວໜ້າຄະນະໄດ້ເຂົ້າໄຫວ້ອາໄລ. ຫຼັງຈາກນັ້ນແມ່ນຄະນະຜູ້ແທນປະທານປະເທດແຫ່ງ ສສ. ຫວຽດນາມ ໂດຍທ່ານປະທານປະເທດ ເລືອງເກື່ອງ; ຄະນະລັດຖະບານ ແຫ່ງ ສສ. ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ; ຄະນະສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ; ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານປະທານ ໂດະວັນຈຽນ ເປັນຫົວໜ້າຄະນະໄດ້ເຂົ້າໄຫວ້ອາໄລ. 

ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ - ảnh 4ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ (ພາບ: VOV)

         ເມື່ອຂຽນຄວາມຮູ້ສຶກໃສ່ປຶ້ມໄວ້ອາໄລ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມເສຍດາຍຢ່າງສຸດຊື້ງຕໍ່ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ - ສະມາຊິກພັກທີ່ຈົງຮັກພັກດີຂອງພັກກອມມູນິດ ຫວຽດນາມ, ເປັນການນຳຜູ້ສຸດຈິດສຸດໃຈ, ເປັນລູກຜູ້ດີເດັ່ນຂອງບ້ານເກີດເມືອງນອນ ກວາງງາຍ ວິລະຊົນ, ເຕັມໄປດ້ວຍມູນເຊື້ອປະຕິວັດ. ການຈາກໄປຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ແມ່ນການສູນເສຍຢ່າງໃຫຍ່ຫຼວງສຳລັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ.

ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ - ảnh 5ທ່ານນາງ ປານີ ຢາທໍ່ຕູ້ ຮອງປະເທດປະເທດ ແຫ່ງ ສປປ ລາວ ເຂົ້າໄວ້ອາໄລ
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ຮອງປະເທດປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງລາວ ເພື່ອຕາງໜ້າໃຫ້ແກ່ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສູນກາງແນວລາວສ້າງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມາວາງພວງມາລາ ແລະ ເຂົ້າຮ່ວມພິທີໄວ້ອາໄລລະດັບຊາດ ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຖິງດວງວິນຍານ ຂອງ ທ່ານອະດິດປະທານປະເທດ ຫວຽດນາມ ເຈີນດຶກເລືອງ.
ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ - ảnh 6ພິທີວາງພວງມາລາໄວ້ອາໄລ ຢູ່ກອງບັນຊາການທະຫານແຂວງ ກວາງງາຍ, ເຮືອນເລກທີ 142 ຈູງດິ່ງ, ນະຄອນ ກວາງງາຍ

        ໃນຈຸດເວລາດຽວກັນ, ຢູ່ສະໂມສອນ ຖົງເຍິດ, ນະຄອນ ໂຮ່ຈີມິນ ແລະ ຢູ່ສະໂມສອນ T50, ກອງບັນຊາການທະຫານແຂວງ ກວາງງາຍ, ເຮືອນເລກທີ 142 ຖະໜົນເລຈູງດິ່ງ, ນະຄອນ ກວາງງາຍ (ບ້ານເກີດເມືອງນອນຂອງເພິ່ນ) ກໍໄດ້ດຳເນີນພິທີໄຫວ້ອາໄລ ເຊັ່ນດຽວກັນ.

ພິທີໄຫວ້ອາໄລອະດີດປະທານປະເທດ ເຈິ່ນດຶກເລືອງ - ảnh 7ພິທີຫຼຸດທຸງລົງເຄິ່ງເສົາ ໄດ້ດຳເນີນຢ່າງສົມກຽດຢູ່ສະໜາມຫຼວງ ບາດິ່ງ

         6 ໂມງເຊົ້າຂອງວັນດຽວກັນ, ພິທີຫຼຸດທຸງລົງເຄິ່ງເສົາ ໄດ້ດຳເນີນຢ່າງສົມກຽດຢູ່ສະໜາມຫຼວງ ບາດິ່ງ (ຮ່າໂນ້ຍ), ເຊິ່ງເປັນຂີດໝາຍຮອດຈຸດເວລາດຳເນີນງານສົບ.

        ໃນສອງມື້ດຳເນີນານສົບທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ບັນດາອົງການ, ສຳນັກງານ, ສະຖານທີ່ສາທາລະນະ ໄດ້ຫຼຸດທຸງລົງເຄິ່ງເສົາ, ງົດທຸກກິດຈະກຳລະຫຼີ້ນບັນເທິງ.

      ງານສົບຂອງທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ຮັບການຖ່າຍທອດສົດຜ່ານຊ່ອງໂທລະພາບ ຫວຽດນາມ ແລະ ວິທະຍຸກະຈາຍສຽງ ຫວຽດນາມ.

        ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ, ເກີດວັນທີ 5 ພຶດສະພາ 1937; ບ້ານເກີດ: ຢູ່ຕາແສັງ ໂຝແຄັງ, ເມືອງ ດຶກໂຝ (ເທດສະບານ ດຶກໂຝ ປັດຈຸບັນ), ແຂວງ ກວາງງາຍ. ທ່ານເຂົ້າຮ່ວມການປະຕິວັດເດືອນ ກຸມພາ 1955; ເຂົ້າເປັນສະມາຊິກພັກຄອມມູນິດ ຫວຽດນາມ ໃນວັນທີ 19 ທັນວາ 1959.

         ທ່ານເປັນກຳມະການຄະນະບໍລິຫານງານສູນກາງພັກຊຸດທີ V, VI, VII, VIII, IX; ກຳມະການກົມການເມືອງຊຸດທີ VIII, IX; ກຳມະການຜູ້ປະຈຳການກົມການເມືອງຊຸດທີ VIII; ຮອງປະທານສະພາລັດຖະມົນຕີ ແຕ່ເດືອນກຸມພາ 1987 ຮອດເດືອນກັນຍາ 1992; ຮອງນາຍົກລັດຖະມົນຕີ ແຕ່ເດືອນ ຕຸລາ 1992 ຮອດເດືອນ ສິງຫາ 1997; ແຕ່ເດືອນ ກັນຍາ 1997 ຫາເດືອນ ມິຖຸນາ 2006, ທ່ານປະທານປະທານປະເທດແຫ່ງ ສສ. ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຊຸດທີ X, ຊຸດທີ XI; ສະມາຊິກສະພາແຫ່ງຊາດບັນດາຊຸດທີ VII, VIII, X, XI.

ພາຍຫຼັງເຈັບເປັນມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດຈິດສຸດໃຈຈາກພັກ, ລັດ, ຖັນແຖວສາດສະດາຈານ, ແພດໝໍ ແລະ ການເບິ່ງແຍງດູແລຂອງຄອບຄົວແລ້ວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານອະດີດປະທານປະເທດ ເຈິ່ນດຶກເລືອງ ໄດ້ເຖິງແກ່ມໍລະນະກຳໃນເວລາ 22 ໂມງ 51 ນາທີ, ຂອງວັນທີ 20 ພຶດສະພາ 2025 (ກົງກັບວັນທີ 23 ເມສາ ປີ ມະເສັງ); ຢູ່ເຮືອນສ່ວນຕົວ, ລວມອາຍຸ 88 ປີ.

ຕອບກັບ

ຂ່າວ/ບົດ​ອື່ນ