ພິທີວາງສີລາເລີກເລີ່ມລົງມືກໍ່ສ້າງສຳນັກງານບໍລິສັດສະຕາຣ໌ເທເລຄອມ
(ພິທີວາງສີລາເລີກເລີ່ມລົງມືກໍ່ສ້າງສຳນັກງານບໍລິສັດສະຕາຣ໌ເທເລຄອມ)
(vovworld) – ຕອນບ່າຍວັນທີ 15/05, ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນພິທີວາງສີລາເລີກເລີ່ມລົງມືກໍ່ສ້າງສຳນັກງານບໍລິສັດ ສະຕາຣ໌ ເທເລຄອມ. ນີ້ແມ່ນບໍລິສັດຮ່ວມທຸລະກິດລະຫວ່າງ ບໍລະສັດໂທລະຄົມລາວ Asia ສັງກັດກະຊວງປ້ອງກັນປະເທດລາວ ແລະ ບໍລິສັດ Viettel ສັງກັດກະຊວງປ້ອງກັນປະເທດຫວຽດນາມ. ເຂົ້າຮ່ວມພິທີມີພົນໂທ ແສງນວນ ໄຊຍະລາດ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາວ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ພ້ອມກັບຜູ້ຕາງໜ້າກະຊວງປ້ອງກັນປະເທດ, ກະຊວງໄປສະນີໂທລະຄົມ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຂອງ 2 ປະເທດ. ກ່າວຄຳເຫັນທີ່ພິທີ, ພົນໂທ ແສງນວນ ໄຊຍະລາດ ໃຫ້ຮູ້ວ່າ, ກິດຈະກຳແມ່ນການຢືນຢັນອີກເທື່ອໜຶ່ງກ່ຽວກັບສາຍພົວພັນຮ່ວມມືແບບພິເສດລະຫວ່າງ 2 ພັກ, 2 ລັດ ກໍ່ຄືກະຊວງປ້ອງກັນປະເທດຂອງ 2 ປະເທດຫວຽດນາມ - ລາວ.