ພິທີສະເຫຼີມ ສະຫຼອງ 1972 ປີແຫ່ງວັນການລຸກຮຶ້ຂຶ້ນ ພະນາງຈຶງ 2 ອົງ

ຕອນ​ເຊົ້າວັນ​ທີ 28/1, ທ່ານ​ນາງ​ຫງວຽນ​ທິຢວານ, ຮອງ​ປະທານ​ປະ​ເທດ​ຫວຽດນາມ ​ໄດ້​ເຂົ້າຮ່ວມ​ພິທີສະ​ເຫຼີມສະຫຼອງ 1972 ປີ ​ແຫ່ງ​ວັນ​ການ​ລຸກ​ຮຶ້ຂຶ້ນ​ພະນາ​ງຈຶງ 2 ອົງ​ຢູ່​​ເມືອງ​ເມ​ລິງ ​ແຂວງ​ຫວິ໋ງຟຸກ. ນະພິທີ, ທ່ານ​ນາງ​ ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານຢືນຢັນ​ວ່າ: ​ໃນ​ວັນ​ນີ້​ຂອງ​ທຸກໆ​ປີ, ປະຊາຊົນ​ທົ່ວ​ປະ​ເທດ​ໄດ້​ມຸ້ງ​ໄປ​ເຖິງ​ງານ​ບຸນ​ວິຫານພະນາ​ງຈຶງ 2 ອົງ ຊື່​ງສະ​ແດງ​ໃຫ້​ເຫັນຫຼັກສິນ​ທຳ “ກິນ​ເຂົ້າຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ”. ທ່ານ​ນາງ​ ຮອງ​ປະທານ​ປະ​ເທດ​ຫວຽດນາມປາດ​ຖະໜາ​ວ່າ ​ເມືອງ​ເມ​ລິງ ຊື່​ງ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ຂອງພະນາ​ງຈຶງວິລະ​ຊົນ 2 ອົງຈະ​ສືບ​ຕໍ່​ສາມັກຄີ​ກັນ, ປະຕິ​ດບັດ​ບັນດາ​ໜ້າ​ທີ່​ໃນ​ປີ 2012​ ເປັນ​ຢ່າງ​ດີ. ພາຍຫລັງ​ພິທີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ພ້ອມ​ດ້ວຍ​ບັນດາ​ຜູ້​ແທນ ​ແລະ​ປະຊາຊົນ​ໄດ້​ຖະຫວາຍ​ທູບ​ທຽນ​ຢູ່ ວິຫານພະນາ​ງຈຶງ 2 ອົງ. ງານ​ບຸນ ວິຫານພະນາ​ງຈຶງ 2 ອົງ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 28 ຫາ​ວັນ​ທີ 30/1 ກົງ​ກັບ​ວັນ​ທີ 6 ຫາ​ວັນ​ທີ 8 ​ເດືອນ​ຈຽງ ​ໄລ່​ຕາມ​ຈັນທະ​ປະຕິທິນ.

ຂ່າວ/ບົດ​ອື່ນ