ພິທີອັດຄ້າຍພັກແລ້ງຊາວໜຸ່ມ, ນັກສຶກສາ ເຊິ່ງແມ່ນຊາວຫວຽດນາມອາໄສຢູ່ຕ່່າງປະເທດ 2018

(VOVWORLD) -ໂດຍຜ່ານໄລຍະການເຄື່ອນໄຫວແກ່ຍາວເປັນເວລາ 16 ວັນ, ຄ້າຍພັກແລ້ງຊາວໜຸ່ມ, ນັກສຶກສາເຊິ່ງແມ່ນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ປີ 2018 ດ້ວຍຫົວຂໍ້ວ່າ “15 ປີ ແຫ່ງວັນຄ້າຍພັກແລ້ງຫວຽດນາມ - ແຫ່ງການເຊື່ອມຕໍ່ອ້ອມແຂນອັນກວ້າງໃຫຍ່” ໄດ້ອັດລົງໃນຕອນຄໍ່າວັນທີ 23 ກໍລະກົດ, ຢູ່ນະຄອນບວນມາທວດ, ແຂວງດັກລັກ. 

ຄ້າຍພັກແລ້ງຫວຽດນາມ ປີ 2018 ໄດ້ດໍາເນີນແຕ່ວັນທີ 10 - 25 ກໍລະກົດ, ດ້ວຍການເຄື່ອນໄຫວຜ່ານ 11 ແຂວງ, ນະຄອນຈາກທາງພາກເໜືອຕະຫຼອດຮອດທາງພາກກາງ ແລະ ພາກໃຕ້. ເມື່ອຢ້ຽມຢາມບັນດາແຂວງ, ນະຄອນດັ່ງກ່າວ, ພວກນ້ອງໄດ້ເຫັນປະຈັກຕາການປ່ຽນແປງຂອງບ້ານເກີດເມືອງນອນ, ໄດ້ຊອກຮູ້ກ່ຽວກັບຮີດຄອງປະເພນີ, ປະຫວັດສາດ, ວັດທະນະທໍາຂອງແຕ່ລະເຂດແຄວ້ນ. ທ່ານ ດິງວັນດົງ, ຫົວໜ້າກົມຖະແຫຼງຂ່າວ - ວັດທະນະທໍາ, ຫົວໜ້າຫ້ອງວ່າການ ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ, ສັງກັດກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ພວກນ້ອງຈະນໍາບັນດາປະສົບການທີ່ໄດ້ປະຕິບັດຢູ່ຄ້າຍພັກແລ້ງ ເປັນຄວາມຮູ້ພື້ນຖານເອົາໄປນໍາໃຊ້ ແລະກ້າວເດີນຕໍ່ໄປຢູ່ປະເທດປະຈໍາຖິ່ນ ແລະ ເຮັດໃຫ້ພວກເພື່ອນຍາມໃດກໍອ່ວາຍໜ້າເມືອຫາກົກເຄົ້າເຫງົ້າກໍ, ເມືອຫາບ້ານເກີດເມືອງນອນຂອງຕົນ, ປະກອບສ່ວນທີ່ເລກໆໜ້ອຍໆຂອງໄວໜຸ່ມ ເຂົ້າໃນພາລະກິດແຫ່ງການສ້າງສາປະເທດຊາດ”.

        ເນື່ອງໃນໂອກາດນີ້, ບັນດາຊາວໜຸ່ມກໍບໍລິຈາກກວ່າ 140 ລ້ານດົງ ເພື່ອສະແດງຄວາມຮູ້ບຸນຄຸນເຖິງບັນດາແມ່ຫວຽດນາມ ວິລະຊົນ, ບັນດາຄອບຄົວທະຫານເຈັບປ່ວຍ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ