ພິທີຮັບການສະໜັບສະໜູນລາຍການປີໃໝ່ເພື່ອຄົນທຸກຍາກ

ພິທີຮັບການສະໜັບສະໜູນລາຍການປີໃໝ່ເພື່ອຄົນທຸກຍາກ - ảnh 1
ພິທີຮັບການສະໜັບສະໜູນລາຍການປີໃໝ່ເພື່ອຄົນທຸກຍາກ

(vovworld) - ພິທີ​ຮັບ​ການ​ສະໜັບສະໜູນ​ລາຍການ​ປີ​ໃໝ່ ​ເພື່ອ​ຄົນ​ທຸກ​ຍາກ ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 20/12 ຢູ່ ຮ່າ​ໂນ້ຍ ​​ໂດຍ​ສະພາກາ​ແດງ ຫວຽດນາມ ຈັດ​ຕັ້ງ. ທີ່​ພິທີ, ມີ 9 ​ຫົວໜ່ວຍ, ​ສ່ວນ​ບຸກຄົນສະ​ໝັນ​ສະ​ໜູນ​ຂະ​ບວນການ “ບຸນ​ເຕັດ ​ເພື່ອ​ຄົນ​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ດ້ວຍ​ຈຳນວນ​ເງິນ​ເກືອບ 15 ຕື້​ດົ່ງ. ຂະ​ບວນການ “ບຸນ​ເຕັດ ​ເພື່ອ​ຄົນ​ທຸກ​ຍາກ ​ແລະ ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ” ປີ 2017 ມີ​ເປົ້າ​ໝາຍ ຂົນຂວາຍ​ຢ່າງ​ໜ້ອຍ​ສຸດ​ໃຫ້​ມີຂອງຂວັນບຸນ​ເຕັດ 1 ລ້ານ​ພູດ ​ເພື່ອມອບ​ໃຫ້ 1 ລ້ານ​ຄອບຄົວ​ຕ້ອນຮັບ​ບຸນ​ເຕັດ, ລະດູບານ​ໃໝ່​ຢ່າງ​ເບີກບານ​ມ່ວນ​ຊື່ນ. ທ່ານ​ນາງ ຫງວຽນ​ທິຊວນ​ທູ ປະທານ​ສູນ​ກາງ​ສະພາກາ​ແດງ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ສູນ​ກາງ​ສະພາກາ​ແດງ ພ້ອມ​ກັບ​ການ​ນຳ​​​ໄດ້​​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ​​ແມ່ນ​ແຫຼ່ງປຸກລະດົມ​ອັນ​ໃຫຍ່​ຫລວງ​ໃຫ້​ບັນດາ​ຄອບຄົວ. ຮອດ​ຈຸດ​ເວລາ​ນີ້ ມີ​ 1 ລ້ານ​ກ່ວາ​ຄົນ​ໄດ້​ຮັບ​ຂອງຂວັນ​ບຸນ​ເຕັດ​. ປະຈຸ​ບັນ, ປະຊາຊົນ ພິ​ເສດ​ແມ່ນ​ຜູ້​ທຸກ​ຍາກ, ຜູ້​ຢູ່​ໂດດ​ດ່ຽວ, ຜູ້​ປະສົບ​ເຄາ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ໄດ້​ຮັບ​ຂອງຂວັນ​ຢູ່ກັບ​ທີ ”.

ຂ່າວ/ບົດ​ອື່ນ