ພິ​ທີ​ເຄົາ​ລົບ​ທຸງ ແລະ ວັນ​ຄອບ​ຄົວ ອາ​ຊຽນ ແລະ ວັນ​ສ້າງ​ຕັ້ງ ອາ​ຊຽນ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງ ອາຊຽນ, ຕອນເຊົ້າວັນທີ 8 ສິງຫາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງພິທີເຄົາລົບທຸງ ແລະ ວັນຄອບຄົວ ອາຊຽນ ດ້ວຍຫົວຂໍ້ “ອາຊຽນສາມັກຄີກັນ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ”. ເຫດການໄດ້ຈັດຕັ້ງຕາມຮູບການທາງໄກ ດ້ວຍສະຖານທີ່ຖ່າຍທອດສົດ ຂອງ 10 ປະເທດອາຊຽນ.

ພິ​ທີ​ເຄົາ​ລົບ​ທຸງ ແລະ ວັນ​ຄອບ​ຄົວ ອາ​ຊຽນ ແລະ ວັນ​ສ້າງ​ຕັ້ງ ອາ​ຊຽນ - ảnh 1ພິທີເຄົາລົບທຸງອາຊຽນ (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີເຄົາລົບທຸງອາຊຽນ, ທ່ານບຸຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສົ່ງຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 54 ປີແຫ່ງວັນສ້າງຕັ້ງ ອາຊຽນ, ທ່ານກໍ່ສະແດງຄວາມຂອບອົບຂອບໃຈການຮ່ວມມືໂດຍກົງ ແລະ ທາງໄກຂອງບັນດາປະເທດ ເພື່ອຈັດຕັ້ງສຳເລັດບັນດາເຫດການທີ່ມີຄວາມໝາຍນີ້ ແລະ ເຊື່ອໝັ້ນວ່າ ຫວຽດນາມ ພ້ອມກັບບັນດາປະເທດ ອາຊຽນ  ຈະຜ່ານຜ່າບັນດາສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກປັດຈຸບັນ.

ທ່ານ ບຸຍແທັງເຊີນ ກໍ່ຕີລາຄາສູງເຫດການວັນຄອບຄົວອາຊຽນ ດ້ວຍຫົວຂໍ້ “ອາຊຽນສາມັກຄີກັນຮ່ວມແຮ່ງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ”. ນີ້ແມ່ນຂໍ້ລິເລີ່ມ ແລະ ຄວາມມານະພະຍາຍາມຂອງ ກຸ່ມແມ່ຍິງປະຊາຄົມ ອາຊຽນ ຢູ່ ຮ່າໂນ້ຍ, ແມ່ນສານແຫ່ງຄວາມໝາຍທີ່ສົ່ງໄປຍັງບັນດາປະເທດ ສະມາຊິດ ອາຊຽນ, ໃນສະພາບການໂລກລະບາດໂຄວິດ - 19 ຍັງຄົງມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດໃນພາກພື້ນ ແລະ ທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ