ພິທີເຊີດຊູວິສາຫະກິດດີເດັ່ນເພື່ອຊາວຜູ້ອອກແຮງງານ 2018

(VOVWORLD) - ວິສາຫະກິດ 60 ແຫ່ງ, ແມ່ນບັນດາວິສາຫະກິດດີເດັ່ນທີ່ໄດ້ເອົາຊະນະວິສາຫະກິດອື່ນນັບຮ້ອຍໆແຫ່ງ, ໄດ້ຮັບການຍ້ອງຍໍຊົມເຊີຍທີ່ພິທີເຊີດຊູ ໂດຍສະຫະພັນໃຫຍ່ແຮງງານ ຫວຽດນາມ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 15 ທັນວາ ຢູ່ ຮ່າໂນ້ຍ. 
ພິທີເຊີດຊູວິສາຫະກິດດີເດັ່ນເພື່ອຊາວຜູ້ອອກແຮງງານ 2018 - ảnh 1 ພິທີເຊີດຊູວິສາຫະກິດດີເດັ່ນເພື່ອຊາວຜູ້ອອກແຮງງານ 2018 (ພາບ: laodong.vna)

ໃນຈຳນວນວິສາຫະກິດດີເດັ່ນ 60 ແຫ່ງເພື່ອຊາວຜູ້ອອກແຮງງານ 2018, ມີວິສາຫະກິດ 30 ແຫ່ງໄດ້ຮັບໃບຍ້ອງຍໍຈາກຄະນະຈັດຕັ້ງ. ທ່ານ ຟ້າມຊວນຕ່ວານ - ປະທານກຳມະບານບໍລິສັດຫຸ້ນສ່ວນໄຟຟ້າພະລັງຄວາມຮ້ອນ ກວາງນິງ, ຕາງໜ້າບໍລິສັດຂຶ້ນຮັບລາງວັນໃຫ້ຮູ້ວ່າ:

        ບໍລິສັດກໍ່ຄືອົງການຈັດຕັ້ງກຳມະບານມີຄວາມພາກພູມໃຈທີ່ສຸດ ແລະ ນີ້ກໍ່ແມ່ນຄວາມຮັບຜິດຊອບ. ອົງການຈັດຕັ້ງກຳມະບານບໍລິສັດກໍ່ຈະມານະພະຍາຍາມສົມທົບຢ່າງແໜ້ນແຟ້ນກັບພາກສ່ວນວິຊາການໃຫ້ດີກ່ວາ ເພື່ອເອົາໃຈໃສ່ເບິ່ງແຍງດູແລຊາວຜູ້ອອກແຮງງານໃນໄລຍະຈະມາເຖິງໃຫ້ດີກ່ວາ ແລະ ກໍ່ປາດຖະໜາວ່າ ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ, ພິເສດແມ່ນສະຫະພັນໃຫຍ່ແຮງງານ ຫວຽດນາມ ຈະນັບມື້ນັບສ້າງກົນໄກນະໂຍບາຍດີກ່ວາ, ເໝາະສົມກ່ວາ ເພື່ອໃຫ້ຮາກຖານກຳມະບານບໍລິສັດພວກຂ້າພະເຈົ້າໄດ້ປະຕິບັດ ແລະ ຜັນຂະຫຍາຍຕາມ, ເອົາໃຈໃສ່ເບິ່ງແຍງ ຊາວຜູ້ອອກແຮງງານເປັນຢ່າງດີກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ