ພິທີເປີດສະຫຼອງທາງແຍກໃຕ້ດິນຈູງຮ່ວາ-ແທງຊວນ

ພິທີເປີດສະຫຼອງທາງແຍກໃຕ້ດິນຈູງຮ່ວາ-ແທງຊວນ - ảnh 1
(​ແຍກ​ທາງ​ໃຕ້​ດິນ ​ແທງ​ຊວນ)

(vovworld) - ຕອນ​ເຊົ້າ​ວັນ​ທີ 8/1, ຢູ່​ທາງແຍກ​ຈູງ​ຮ່ວາ, ຮ່າ​ໂນ້ຍ, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງທາງແຍກ ຈູງ​ຮ່ວາ ​ແລະ ​ທາງແຍກ​ໃຕ້​ດິນ ​ແທງ​ຊວນ. ນີ້​ແມ່ນ​ສອງ​ໂຄງການ​ເພື່ອ​ແນ​ໃສ່​ປະກອບສ່ວນ​ຮັບປະກັນ​ໃຫ້ການ​ຄົມມະນາຄົມ​ສະດວກ​ສະບາຍ, ຫຼຸດຜ່ອນ​ສະພາບ​ລົດ​ຕິດ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ. ​ໂຄງການກໍ່ສ້າງ​ທາງແຍກ ຈູງ​ຮ່ວາ​​ມີຍອດ​ຈຳນວນ​ທຶນ 1.087 ຕື້​ດົ່ງ. ​ເມື່ອ​ໂຄງການ​ທັງ​ສອງ​ຖືກ​ນຳ​ເຂົ້າ​ໃຊ້​ການຈະ​ສ້າງ​ຄວາມ​ສະດວກ​ໃຫ້​ຄົນ ​ແລະ ຍານພາຫະນະ​ໄປມາ​ຜ່ານ​ທາງແຍກ​​ນີ້, ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ; ຕອບ​ສະໜອງ​ຄວາມ​ຕ້ອງການ​ຂົນ​ສົ່ງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ໄວ​ຂອງ​ນະຄອນຫຼວງ​ຮ່າ​ໂນ້ຍ ​ໃນ​ໄລຍະ​ປະຈຸ​ບັນ ​ແລະ ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ