ພິທີແຫ່ເພັດສາລິພະພຸດທະເຈົ້າ100ເຈດີ

ພິທີແຫ່ເພັດສາລິພະພຸດທະເຈົ້າ100ເຈດີ - ảnh 1
(ພິທີ​ແຫ່​​​ເພັດສາລິພະພຸດທະ​ເຈົ້າ 100 ເຈດີ)

(vovworld) - ພິທີ​ແຫ່​​​ເພັດສາລິພະພຸດທະ​ເຈົ້າ 100 ເຈດີ ຖືກ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ໃນ​ຕອນ​ຄຳ່​ວັນ​ທີ 16/8 ຢູ່​ວັດ ວິ​ງອຶ໋ງ, ​ເມືອງ​ດົງ​ແອ​ງ, ຮ່າ​ໂນ້ຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ມອບ​ຊໍ່​ດອກ​ໄມ້ມາ​ຖະຫວາຍ​​ພິທີດັ່ງກ່າວ. ພິທີ​ຖືກ​ດຳ​ເນີນ​ຢ່າງ​ເຄັ່ງຂຶມ. ດ້ວຍ​ການ​​ເຂົ້າ​ຮ່ວມ​ຂອງການ​ນຳ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ, ການ​ນຳ​ນະຄອນ​ຮ່າ​ໂນ້ຍ, ​ເມືອງ​ດົງ​ແອ​ງ ​ແລະ ພຸດທະສາສະນິກະຊົນ ​ຢູ່​ທ້ອງ​ຖີ່​ນ ​ແລະ ນັກ​ທ່ອງ​ຖ່ຽວ 2000 ກວ່າ​ຄົນ. ເພັດສາລິພະພຸດທະ​ເຈົ້າ ທີ່​ວາງສະ​ແດງ​ໃນ​ວັດ ລິງ​ອຶ໋ງ ຄັ້ງ​ນີ້ ​ແມ່ນ​ນຳ​ມາຈາກ​ຫຼາຍ​ປະ​ເທດ​ເຊັ່ນ: ອິນ​ເດ​ຍ, ​ເນ​ປານ, ​ໄທ, ມຽນມາ.

​ໃນ​ໂອກາດ​ນີ້, ສະມາຄົມ​ໜູນ​ຊ່ວຍ​ຄອບຄົວ​ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ຫວຽດນາມ ​ໄດ້​ມອບ​ຂອງຂວັນ 10 ພູດ ( ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 2 ລ້ານ​ດົ່ງ) ​ໃຫ້ຄອບຄົວ​ນັກຮົບ​​ເສຍສະຫຼະ​ຊີວິດທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຕາ​ແສງ​ຊວນ​ແກງ, ​ເມືອງ​ດົງ​ແອ​ງ, ຮ່າ​ໂນ້ຍ.

 

ຂ່າວ/ບົດ​ອື່ນ