ພິທີໄຫວ້ອາໄລ ແລະ ປົງອັດຖິທະຫານອາສາສະໜັກ ແລະ ຊ່ຽນຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ

ພິທີໄຫວ້ອາໄລ ແລະ ປົງອັດຖິທະຫານອາສາສະໜັກ ແລະ ຊ່ຽນຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ - ảnh 1
ພິທີ​ໄຫວ້​ອາ​ໄລ ​ແລະ ປົງ​ອັດຖິທະຫານ​ອາສາ​ສະ​ໜັກ ​
ແລະ ຊ່ຽນຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ຢູ່​ລາວ
(ພາບ: nhandan.com.vn)


(vovworld) -  ຕອນ​ເຊົ້າ​ວັນ​ທີ 10/05, ຢູ່​ສຸສານນັກຮົບ​ທີ່​ເສຍສະຫຼະ​ຊີວິດ​​ແຫ່ງ​ຊາດທາງ​ເລກ​ 9, ນະຄອນ​ດົງ​ຮ່າ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຈີ້ ​ໄດ້​ຈັດ​ພິທີໄຫວ້​ອາ​ໄລ ​ແລະ ປົງ​ອັດຖິ​ທະຫານ​ອາສາ​ສະ​ໜັກ ​ແລະ ຊ່ຽນຊານ​ຫວຽດນາມ 53 ຊຸດທີ່​ໄດ້ເສຍສະຫຼະ​ຊີວິດ​ຢູ່​ລາວ. ນີ້​ແມ່ນພິທີໄຫວ້​ອາ​ໄລ ​ແລະ ປົງ​ອັດຖິຄັ້ງ​ທີ 27 ​ໃນ​ຮອບ 20 ປີຜ່ານມາ. ​ເຊິ່ງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ແຕ່​ເດືອນ 10/2012 ມາ​ຮອດ​ເດືອນ 5/2013, ກອງທ້ອນໂຮມອັດຖິ 584, ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ແຂວງ​ກວາງ​ຈີ້ ​ໄດ້​ເກ​ັບກຳ​ຂໍ້​ມູນ, ຈັດ​ຕັ້ງ​ການ​ຊອກ​ຫາ,   ທ້ອນ​ໂຮມ​ອັດຖິ​ທະຫານ​ທີ່ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 53 ຊຸດຢູ່ 2 ​ເມືອງ ​ເຊ​ກອງ ​ແລະ ສະ​ຫວັນນະ​ເຂດ ດ້ວຍ​ການ​ຊ່ວຍ​ເຫຼືອ​ຢ່າງສຸດ​ຈິດ​ສຸ​ດໃຈ, ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ລາວບັນດາ​ເຜົ່າ​. ພາຍຫຼັງ​ພິທີ​ມອບ​ຮັບ​ອັດຖິ​ລະຫວ່າງຄະນະ​ປະຕິບັດ​ງານ​ພິ​ເສດ​ຂອງ​ແຂວງ​ກວາງ​ຈີ້ ​ແລະ ​ແຂວງ​ສະຫວັນ​ນະ​ເຂດ ຢູ່​ດ່ານ​ຊາຍ​ແດນ​ສາກົນ ລາວ​ບາ​ວ, ອັດຖິ​ທະຫານ​ທີ່ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 53 ຊຸດ ​ໄດ້​ນຳ​​ເມືອ​ປົງ​​ຢູ່​ສຸ​ສານ​ເລກ 9, ນະຄອນ​ດົງ​ຮ່າ, ​ແຂວງ​ກວາງ​ຈີ້.

ຂ່າວ/ບົດ​ອື່ນ