ພົນລະ​ເມືອງ​ຫວຽດນາມ ​30 ຄົນ ທີ່​ກັບ​ມາ​ຈາກ​ນະຄອນ​ອູ​ຫັ້ນ ປະ​ເທດ ຈີນ ​ໄດ້​ອອກ​ໂຮງໝໍ ພາຍຫຼັງຖືກ​ແຍ​ກຕົວ​ເປັນ​ເວລາ 21 ວັນ

(VOVWORLD) -ໂຮງໝໍພະຍາດເຂດຮ້ອນສູນກາງ ໄດ້ປະກອບເອກະສານອອກໂຮງໝໍໃຫ້ແກ່ພົນລະເມືອງຫວຽດນາມ 30 ຄົນທີ່ໄດ້ກັບມາຈາກນະຄອນອູຫັ້ນ, ປະເທດຈີນ ເຊິ່ງເປັນບ່ອນເກີດໂລກພະຍາດ Covid – 19 ພາຍຫຼັງຖືກແຍກຕົວຢູ່ຕ່າງຫາກມາເປັນເວລາ 21 ວັນ.
ພົນລະ​ເມືອງ​ຫວຽດນາມ ​30 ຄົນ ທີ່​ກັບ​ມາ​ຈາກ​ນະຄອນ​ອູ​ຫັ້ນ ປະ​ເທດ ຈີນ ​ໄດ້​ອອກ​ໂຮງໝໍ ພາຍຫຼັງຖືກ​ແຍ​ກຕົວ​ເປັນ​ເວລາ 21 ວັນ - ảnh 1ເຂດແຍກຕົວພິເສດ (ພາບປະກອບ: ສາທາລະນະສຸກ) 

        ຕອນບ່າຍວັນທີ 2 ມີນາ, ໂຮງໝໍພະຍາດເຂດຮ້ອນສູນກາງ ໄດ້ປະກອບເອກະສານອອກໂຮງໝໍໃຫ້ແກ່ພົນລະເມືອງຫວຽດນາມ 30 ຄົນທີ່ໄດ້ກັບມາຈາກນະຄອນອູຫັ້ນ, ປະເທດຈີນ ເຊິ່ງເປັນບ່ອນເກີດໂລກພະຍາດ Covid – 19 ພາຍຫຼັງຖືກແຍກຕົວຢູ່ຕ່າງຫາກມາເປັນເວລາ 21 ວັນ.

        ກ່ຽວຂ້ອງເຖິງສະພາບການໂລກລະບາດ Covid – 19, ໄລ່ຮອດເວລາ 11 ໂມງ 30 ນາທີ ຂອງວັນທີ 2 ມີນາ, ໂລກໄດ້ຢັ້ງຢືນມີຜູ້ຕິດໂລກພະຍາດດັ່ງກ່າວລວມທັງໝົດແມ່ນ 89.068 ກໍລະນີ ຢູ່ 67 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ຈີນ ມີຜູ້ຕິດໂລກພະຍາດ Covid – 19 ລວມທັງໝົດ 80.026 ຄົນ. ຈໍານວນຜູ້ເສຍຊີວິດໃນທົ່ວໂລກ ຍ້ອນໂລກລະບາດດັ່ງກ່າວ ແມ່ນ 3.046 ຄົນ, ໃນນັ້ນ, ຈີນມີ 2.913 ຄົນ, ອີຣານມີ 54 ຄົນ ແລະ ສ.ເກົາຫຼີ ແມ່ນ 22 ຄົນ.


ຕອບກັບ

ຂ່າວ/ບົດ​ອື່ນ