ພົນເອກຟຸງກວາງແທງ ຢ້ຽມຢາມ ແລະ ຕອບບຸນແທນຄຸນບັນດາອະດີດການນຳກະຊວງປ້ອງກັນປະເທດ

ພົນເອກຟຸງກວາງແທງ ຢ້ຽມຢາມ ແລະ ຕອບບຸນແທນຄຸນບັນດາອະດີດການນຳກະຊວງປ້ອງກັນປະເທດ - ảnh 1
ທ່ານ​ພົນ​ເອກ ຟຸງກວາງ​ແທງ ມາ​ຢ້ຽມຢາມທ່ານ​ພົນ​ເອກ ​ເລ​ດຶກ​ແອ​ງ
(ພາບ: Chinhphu.vn)


​(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ພາກ​ໃຕ້, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/04/1975 – 30/04/2015), ຕອນ​ບ່າຍ​ວັນ​ທີ 23/04, ພົນ​ເອກຟຸງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​​ໄປຖະຫວາຍ​ທູບ​ຖຽນ, ​ດອກ​ໄມ້​ ອາ​ໄລ​ຫາ​ພົນ​ເອກ ຫວໍ​ງວຽນຢາ​ບ; ພົນ​ເອກ ວັນ​ຕຽນ​ຢຸງ ​ແລະ ​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ໃຫ້​ທ່ານພົນ​ເອກ ​ເລ​ດຶດ​ແອ​ງ; ພົນ​ເອກ ຟ້າ​ມວັນ​ຈ່າ. ນີ້​ແມ່ນ​ບັນດາ​​ອະດີດລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຜ່ານ​ໄລຍະ​ຕ່າງໆ.

        ທີ່​ແທ່ນ​ບູຊາພົນ​ເອກ ຫວໍ​ງວຽນຢາ​ບ ຢູ່​ເຮືອນ​ສ່ວນ​ຕົວ, ທ່ານ​ພົນ​ເອກ ຟຸງກວາງ​ແທງ ​ໄດ້​​ກົ້ມ​ຫົວ​​ໄວ້ອາ​ໄລ, ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ພົນ​ເອກ, ຜູ້​ບັນຊາ​ການ​ໃຫຍ່ກອງທັບ​ປະຊາຊົນ​ຫວຽດນາມ ຫວໍ​ງວຽນ​ຢາ​ບ ທີ່​ມີ​ຕໍ່ພາລະກິດປະຕິວັດ​ຂອງ​ພັກ, ຂອງ​ຊາດ ​ແລະ ການ​​ເຕີບໃຫຍ່​​​ເຂັ້ມ​ແຂງ​ຂອງ​ກອງ​ທັບ​ປະຊາຊົນ​ຫວຽດນາມ.

        ຖະຫວາຍ​ທູບ​ທຽນ​ຢູ່​ເຮືອນ​ສ່ວນ​ຕົວ​ຂອງ​ພົນ​ເອງ ວັນ​ຕຽນ​ຢຸງ, ພົນ​ເອກ​ຟຸງກວາງ​ແທງ ​ໄດ້​​ໄວ້​ອາ​ໄລ, ສະ​ແດງ​ຄວາມ​ຮູ້​ບຸນຄຸນຕໍ່​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ພົນ​ເອກ ວັນ​ຕຽນ​ຢຸງ, ອະດີດ​ຜູ້​ບັນຊາ​ການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ​ແມ່ນ​ຜູ້​ບັນຊາ​ການ​ໂດຍ​ກົງ​ບັ້ນ​ຮົບ ​ໂຮ່ຈິ​ມິນ ປະຫວັດສາດ (04/1975).

        ​ເມື່ອ​​ຢ້ຽມຢາມ​ທ່ານພົນ​ເອກ ​ເລ​ດຶກ​ແອ​ງ, ​ອະດີດ​ປະທານ​ປະ​ເທດ, ອະດີດ​ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ພົນ​ເອກ ຟ້າ​ມວັນ​ຈ່າ, ອະດີດ​ລັດຖະມົນ​ຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພົນ​ເອກ ຟຸງກວາງ​ແທງ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ບາງ​ໝາກຜົນ​ທີ່​ພົ້ນ​ເດັ່ນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ພະນັກງານ, ນັກຮົບ​ທົ່ວ​ກອງທັບ​ໃນ​ໄລຍະ​ຜ່ານ​ມາ ​ແລະ ທິດ​ທາງ​ພັດທະນາ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ