ພົບປະບັນດານັກພີຊິກສາກົນຢູ່ Blois, ຝລັ່ງ

ພົບປະບັນດານັກພີຊິກສາກົນຢູ່ Blois, ຝລັ່ງ - ảnh 1
ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຝຣັ່ງ ກ່າວຄຳເຫັນທີ່ງານພົບປະ

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 26-31/5, ຢູ່​ນະຄອນ Blois, ຝລັ່ງ ​ໄດ້​ດຳ​ເນີນ​ງານ ”ພົບ​ປະ Blois” ປະຈຳ​ປີ​ກ່ຽວ​ກັບ ”ພີ​ຊິກພະລັງງານສູງ ​ແລະ ດາລາສາດ”. ​ໃນ​ງານ​ພົບ​ປະ​ປີ​ນີ້, ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ພີ​ຊິກ 144 ຄົນ ທີ່​ມາ​ຈາກ 22 ປະ​ເທດ​ຢູ່​ໃນ​ໂລກ. ຜູ້​ກໍ່​ຕັ້ງ​ງານ​ພົບ​ປະ​Blois ​ແມ່ນນັກວິທະຍາສາດ​ຫວຽດນາມ, ສາ​ສະ​ດານ​ຈານ ​ເຈິ​ນ​ແທງ​ເວີນ, ​ເຊິ່ງ​ແມ່ນ​ຜູ້​ທີ່​ມີ​ອິດ​ທິພົບ​ຊື່​ສຽງ​ຢູ່​ໂລກ​ໃນ 25 ປີຜ່ານມາ, ທັງ​ແມ່ນ​ຄົນ​ອາຊີ​ຜູ້​ທີ 3 ​ໄດ້​ຮັບ​ຫຼຽນ​ກາ PATE ຂອງ​ສະ​ຖາ​ບັນ​ພີ​ຊິກ ອາ​ເມ​ລິ​ກາ ທີ່​ສະຫງວນ​ໃຫ້​ບັນດາ​​ການ​ນຳ​ພີ​ຊິກ​ດີ​ເດັ່ນ​ທີ່​ສຸດ​ຂອງ​ໂລກ.

​ໃນ​ງານ​ພົບ​ປະ​ຄັ້ງ​ທີ 25 ນີ້, ຄະນະ​ຈັດ​ຕັ້ງ​ຈະ​ສະຫງວນ​ເວລາ​ເພື່ອ​ແນະນຳ​ກ່ຽວ​ກັບ​ສູນວິທະຍາສາດ ​ແລະ ສຶກສາລະ​ຫວ່າງ​ຂະ​ແໜງ​ສາກົນ ​ເຊິ່ງຈະ​ເປີດ​ສະຫຼອງ​ໃນ​ເດືອນ 8 ຈະ​ມາ​ເຖິງ​ຢູ່​ແຂວງກວີ​ເຍີນ, ສູນ​ດັ່ງກ່າວ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຍ້ອນ​ມີ​ການ​ປະກອບສ່ວນ​ຂອງ​ສາ​ສະ​ດາ​ຈານ ​ເຈິ່ນ​ແທງ​ເວີນ ​ແລະ ບັນດາ​ເພື່ອນ​ມິດຂອງ​ທ່ານ ພ້ອມ​ກັບ​ການ​ສະໜັບສະໜູນ​ຂອງ​ລັດຖະບານ​ຫວຽດນາມ. ທີ່​ງານ​ພົບ​ປະ, ມີ​ນັກວິທະຍາສາດ​ຫຼາຍ​ທ່ານ​ທີ່​ເຄີຍ​ໄດ້​ຮັບ​ລາງວັນ Nobel ​ໄດ້​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ປາຖະໜາ​ຢາກ​ມາ​ເຮັດ​ວຽກ, ຮ່ວມ​ງານ​ຢູ່​ຫວຽດນາມ​ເວົ້າ​ລວມ ​ແລະ ຢູ່​ສູນວິທະຍາສາດ ​ແລະ ສຶກສາລະ​ຫວ່າງ​ຂະ​ແໜງ​ສາກົນ ​ເວົ້າ​ສະ​ເພາະ. ສາ​ສະ​ດາ​ຈານ ​ເຈິ່ນ​ແທງ​ເວີນ ​ໃຫ້​ຮູ້​ວ່າ:

ບັນດາ​ສາ​ສະ​ດາ​ຈານ​ທີ່​ພວກ​ຂ້າພະ​ເຈົ້າ​ເຊີນ​ມາ​ຫວຽດນາມ ​ແມ່ນ​ຜູ້​ທີ່​ຂ້າພະ​ເຈົ້າ​ໄດ້​ລຶ້ງ​ເຄີຍ​ກ່ອນ​ນີ້ 30-40 ປີ​ແລ້ວ. ຂ້າພະ​ເຈົ້າ​ຄິດ​ວ່າ ພວກ​ເຮົາ​ຕ້ອງ​ໝູນ​ໃຊ້​ກາລະ​ໂອກາດ​ນີ້ ​ເພື່ອ​ຍົກ​ສູງ​ພາບ​ພົດ​ຂອງ​ຫວຽດນາມ, ​ແລະ​ສ້າງ​ເງື່ອນ​ໄຂ​ໃຫ້​ພວກ​ນ້ອງ​ນັກຮຽນ, ນັກ​ສຶກສາ​ໄດ້​ຮຳ່ຮຽນ​ເອົາ​ບົດຮຽນ​ຈາກ​ເຂົາ​ເຈົ້າ, ກໍ່​ຄື​ພິສູດ​ໃຫ້​ໂລກ​ເຫັນ​ວ່າ, ຫວຽດນາມ​ສາມາດ​ເຊີນ​ບັນດາ​ນັກວິທະຍາສາດ​ແຖວ​ໜ້າ​ຂອງ​ໂລກ​ມາ​ໄດ້, ອັນ​ຈະ​ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ​ຢູ່ໃນ​ໂລກ“.

ຂ່າວ/ບົດ​ອື່ນ