ພົບປະສັງສັນ “ຕອບ ບຸນແທນຄຸນນັກ ຮົບວິລະຊົນເສຍສະ ຫຼະຊີວິດຢູ່ ເກາະ ກາກມາ, ເຈື່ອງຊາ”

ພົບປະສັງສັນ “ຕອບ ບຸນແທນຄຸນນັກ ຮົບວິລະຊົນເສຍສະ ຫຼະຊີວິດຢູ່ ເກາະ ກາກມາ, ເຈື່ອງຊາ” - ảnh 1
ຄະນະຈັດຕັ້ງ ທູບທຽນຢູ່ເຮືອນຂອງນັກຮົບ ເສຍສະຫຼະຊີວິດເພື່ອຊາດ Le Van Xanh
(ພາບ: Nguyen Tu)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/5, ຢູ່​ນະຄອນ ດ່າ​ນັ້ງ ​ໄດ້​ດຳ​ເນີນ​ການ​ພົບ​ປະ​ສັງ​ສັນ, ມອບ​ຂອງຂວັນ​ໃຫ້​ແກ່ 10 ຄອບຄົວ​ຍາດ​ຕິ​ພີ່ນ້ອງ​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​​ເພື່ອ​ຊາດຢູ່ ​ເກາະ ກາກ​ມາ ທີ່​ຂຶ້ນ​ກັບໝູ່​ເກາະ ​ເຈື່ອງ​ຊາ, ກ່ອນ​ນີ້ 24 ປີ​. ​ແມ່ຕູ້ Nguyen Thi Truoc, ອາຍຸ 80 ປີ, ຢູ່​ເມືອງ ​ເກີ​ມ​ເລ້, ນະຄອນ ດ່າ​ນັ້ງ, ​ແມ່​ຂອງນັກຮົບ Phan Van Loi ທີ່​ໄດ້​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ​ແບ່ງປັນ​ວ່າ:

“ລູກ​ຊາຍ​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແມ່ນ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ​ຂອງ​ຄອບຄົວ, ​ແຕ່​ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ເພາະ​ວ່ານັ້ນ​ແມ່ນ​ການ​ເສຍ​ສະຫຼະ​ຊີວິດ​ເພື່ອ​ປະ​ເທດ​ຊາດ. ພວກ​ຂ້າພະ​ເຈົ້າ​ຮູ້​ສຶກພາກ​ພຸມ​ໃຈ ​ແລະ ຕື້ນ​ຕັນ​ໃຈ ​​ເພາະວ່າ ຄອບຄົວ​ຂ້າພະ​ເຈົ້າ​ໄດ້ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກລັດ, ອຳນາດ​ການ​ປົກຄອງ​”

ວັນ​ທີ 14/3/1988, ຢູ່​ເກາະ ກາກ​ມາ, ໝູ່​ເກາະ ​ເຈື່ອງ​ຊາ, ພະນັກງານ, ນັກຮົບ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ກ່ວາ 60 ຄົນ ​ໄດ້​ເສຍສະຫຼະ​ຊີວິດ ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ທະ​ເລ​ເກາະ​ຂອງ​ປະ​ເທດ​ຊາດ. ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ນັກວິລະ​ຊົນ, ທີ່​ໄດ້ເສຍສະຫຼະ​ຊີວິ​ດ​ເພື່ອ​ຊາດ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ, ສະຫະພັນ​ຊາວ​ໜຸ່ມຫວຽດນາມ, ໜັງສືພິມ​ຊາວ​ໜຸ່ມ ​ໄດ້​ຈັດ​ຕັ້ງ​ລາຍການ “ຕອບ​ບຸນ​ແທນ​ຄຸນ​ນັກຮົບວິລະ​ຊ​​ົນ​ເສຍສະຫຼະ​ຊີວິດ​ຢູ່ ​ເກາະ ກາກ​ມາ, ​ເຈື່ອງ​ຊາ“. ​ແຕ່​ນີ້​ຮອດ​ທ້າຍ​ເດືອນ 7/2012, ລາຍການ​ຈະ​ມອບ​ຈຳນວນ​ເງິນ​ເກືອບ 1,3 ຕື້​ດົ່ງ​ໃຫ້​ແກ່​ຍາດຕິ​ພີ່ນ້ອງຂອງນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ 64 ຄົນ ຢູ່​ບັນດາ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ.

 

ຂ່າວ/ບົດ​ອື່ນ