ພະລາຊິນີ Elizabeth II ເຖິງ​ແກ່​ມໍ​ລະ​ນະ​ກຳ, ການ​ນຳ​ໂລກ ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ

(VOVWORLD) -ວັນທີ 8 ກັນຍາ, ບັນດາການນຳໃນໂລກໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມເສຍດາຍຢ່າງເລິກເຊິ່ງ ພາຍຫຼັງໄດ້ຮັບຂ່າວວ່າ ພະລາຊິນີ Elizabeth II ໄດ້ເຖິງແກ່ມໍລະນະກຳ.
ພະລາຊິນີ Elizabeth II ເຖິງ​ແກ່​ມໍ​ລະ​ນະ​ກຳ, ການ​ນຳ​ໂລກ ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ - ảnh 1ພະລາຊິນີ Elizabeth II (ພາບ: TTXVN)

ວັງ Buckingham ປະກາດວ່າ, ພະລາຊິນີ Elizabeth II ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 8 ກັນຍາຢູ່ ຄະລິຫາດ Balmoral, Scotlend, ມີອາຍຸ 96 ປີ. ມົງກຸດລາຊະກຸມມານ Charles ອາຍຸ 73 ປີ, ຈະເປັນຜູ້ສືບບັນລັງ ຈາກ ພະລາຊິນີ Elizabeth II.

ວັນທີ 8 ກັນຍາ, ບັນດາການນຳໃນໂລກໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມເສຍດາຍຢ່າງເລິກເຊິ່ງ ພາຍຫຼັງໄດ້ຮັບຂ່າວວ່າ ພະລາຊິນີ Elizabeth II ໄດ້ເຖິງແກ່ມໍລະນະກຳ. ໃນຖະແຫຼງການສະບັບໜຶ່ງ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງວ່າ: “ໂດຍແມ່ນປະມຸກລັດຄຸ້ມຄອງໃນໄລຍະດົນນານທີ່ສຸດຂອງ ລາຊະອານາຈັກອັງກິດ, ພະຊາຊິນີ Elizabeth II ໄດ້ຫຼາຍຄົນເຄົາລົບຮັກແພງ ຍ້ອນຄຸນສົມບັດ ແລະ ການອຸທິດສ່ວນຂອງທ່ານນາງໃນທົ່ວໂລກ. ພະລາຊິນີ Elizabeth II ແມ່ນເພື່ອນມິດທີ່ດີຂອງ ສປຊ. ຂ້າພະເຈົ້າຢາກ ສະແດງຄວາມຮູ້ບຸນຄຸນຕໍ່ພະລາຊິນີ Elizabeth II ຍ້ອນການອຸທິດສ່ວນອັນໝັ້ນແກ່ນໃນຕະຫຼອດຊີວິດຂອງ ເພິ່ນໃນພາລະກິດແຫ່ງການຮັບໃຊ້ປະຊາຊົນ. ໂລກ ຈະຈາລຶກຄວາມສຸດຈິດສຸດໃຈ ແລະ ຄວາມສາມາດໃນການຊີ້ນຳນຳພາຂອງ ເພິ່ນຕະຫຼອດການ”.

ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ເນັ້ນໜັກວ່າ, ໃນໂລກທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ, ພະລາຊິນີ Elizabeth II ໄດ້ສະແດງການມີໜ້າຢ່າງໝັ້ນແກ່ນ ກໍ່ຄືຄວາມພາກພູມໃຈຂອງຊາວອັງກິດຫຼາຍລຸ້ນຄົນ. ມໍລະດົກຂອງ ເພິ່ນໄດ້ຂຽນໃນໃບໜ້າປະຫວັດສາດຂອງປະເທດອັງກິດ ແລະ ເລື່ອງລາວຕ່າງໆຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ