ພ​າລ​ະກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 32000 ຄົນ​ໄດ້​ປ້ອງ​ກັນວາ​ລະ​ໄຂ​ການ​ຟ້ອງ​ຮ້ອງ​ການ​​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ຢູ່ ອິນ​ໂດ​ເນ​ເຊຍ 2019:

(VOVWORLD) - ຕອນເຊົ້າວັນທີ 14 ມິຖຸນາ, ສານລັດຖະທຳມະນູນອິນໂດເນເຊຍ ຈະເລີ່ມຈັດວາລະໄຂການຟ້ອງຮ້ອງການສໍ້ໂກງໃນການເລືອກຕັ້ງຢູ່ອິນໂດເນເຊຍ ປີ 2019. ຍ້ອນມີຄວາມວິຕົກກັງວົນເກີດການແຫ່ຂະບວນປະທ້ວງ, ພະລະກອນ 32000 ຄົນໄດ້ຖືກປຸກລະດົມໄປຮັກສາວາລະສານດັ່ງກ່າວ.
 ພ​າລ​ະກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 32000 ຄົນ​ໄດ້​ປ້ອງ​ກັນວາ​ລະ​ໄຂ​ການ​ຟ້ອງ​ຮ້ອງ​ການ​​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ຢູ່ ອິນ​ໂດ​ເນ​ເຊຍ 2019: - ảnh 1

(ພາບ: Reuters )

   ນັບແຕ່ເມື່ອທ່ານ Prabowo ຜູ້ອອກສະໝັກຮັບເລືອກຕັ້ງ ຖືກປະລາໄຊໄດ້ຍື່ນໃບຮ້ອງຟ້ອງກ່ຽວກັບການສໍ້ໂກງໃນການເລືອກຕັ້ງປະທານາທິບໍດີເມື່ອວັນທີ 24 ພຶດສະພາຜ່ານມາ, ຮົ້ວໜາມໝາກຈັບແຫ່ງ 1 ຖືກສ້າງຂຶ້ນຢູ່ຕໍ່ໜ້າສຳນັກງານສານລັດຖະທຳມະນູນອິນໂດເນເຊຍ ເພື່ອປ້ອງກັນ. ພາຍຫຼັງພິຈາລະນາໃບຮ້ອງຝ້ອງທີ່ມີຄວາມໜາ 37 ໜ້າດ້ວຍຫຼັກຖານ 146 ຢ່າງນັ້ນ, ວັນທີ 14 ມິຖຸນາ, ສານລັດຖະທຳມະນູນຈະເລີ່ມຈັດວາລະທຳອິດ.

  ທ່ານ Asep Adi Saputra ໂຄສົກຂອງຕຳຫຼວດປະເທດນີ້ໃຫ້ຮູ້ວ່າ: ບັນດາພາລະກອນປ້ອງກັນຄວາມສະຫງົບຈະປ້ອງກັນຢູ່ອ້ອມຂ້າງສຳນັກງານສານລັດຖະທຳມະນູນ ຈົນຮອດເວລາມີຄຳປະກາດໝາກຜົນສຸດທ້າຍຂອງການຮ້ອງຟ້ອງໃນວັນທີ 28 ມິຖຸນາຈະມາເຖິງ. ທ່ານຍັງຮຽກຮ້ອງປະຊາຊົນຈົ່ງບໍ່ໃຫ້ເຂົ້າຮ່ວມການເຄື່ອນໄຫວແຫ່ຂະບວນປະທ້ວງຢູ່ຕໍ່ໜ້າສຳນັກງານສານລັດຖະທຳມະນູນໃນຊຸມວັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ