ພໍ່ແມ່ພີນ້ອງ ຊາວເຜົ່າຈຳຕ້ອນຮັບ ງານບຸນກາເຕ

ພໍ່ແມ່ພີນ້ອງ ຊາວເຜົ່າຈຳຕ້ອນຮັບ ງານບຸນກາເຕ - ảnh 1
ງານບຸນກາເຕຂອງພໍ່ແມ່ພີນ້ອງຊາວເຜົ່າຈຳ


Vovworld- ຕອນ​ເຊົ້າ​ວັນ​ທີ 15/10, ກົງກັບວັນທີ 1 ເດືອນ 7 ຕາມປະຕິທິນ ເຜົ່າຈຳ, ພໍ່ແມ່ພີນ້ອງຊາວ ເຜົ່າຈຳນັບພັນຄົນໂດຍເຊື່ອຖືສາສະໜາ Brahman ຢູ່ ແຂວງນິງຖ້ວນ ແລະ ບີງຖ້ວນ ໄດ້ຕ້ອນຮັບ ງານບຸນກາເຕໃນທ່າມກາງຄວາມ ເບີກບານມ່ວນ​ຊື່ນ. ນີ້​ແມ່ນ​ໜຶ່ງ​ໃນ​ຈຳນວນ 15 ງານ​ບຸນ​ປະ​ເພນີໃຫຍ່​ກ່ວາ​ໝູ່ຢູ່​ຫວຽດນາມ. ຢູ່​ວິຫານ Po Klaong Girai ທີ່​ຂຶ້ນ​ກັບ​ຕາ​ແສງ ​ໂດ​ວິ​ງ ນະຄອນ ຟານຣາງ-ທາ​ດຈາມ ​ແມ່ນ​ແຫ່ງ​ດຳ​ເນີນ​ງານ​ບຸນ​ກ​າເຕ. ສິ່ງ​ທີ່​ປະ​ທັບ​ໃຈ​ໃນ​ງານ​ບຸນ ​ແມ່ນ​ລາຍການ​ຟ້ອນ​ວີ​ຂອງ​ພວກ​ນາງ​ສາວ​ເຜົ່າ​ຈຳ ນຸ່ງ​ຊຸດ​​ເສື້ອ​ຍາວ​ອັນ​ເປັນ​ປະ​ເພນີ ດ້ວຍ​ບາດຍ່າງທີ່​ງາມ​ຕາ​ຕາມ​ຈັງ​ຫວະຂອງ​ສຽງ​ກອງ, ສຽງ​ແຄນ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ. ຊາວ​ທ້ອງ​ຖ່ິນ​ຜູ້ 1 ມາ​ຊົມ​ງານ​ບຸນ​ເປີດ​ເຜີຍ​ວ່າ : 

    “ ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ພັກ ​ແລະ ລັດ, ​ໃນ ງານ​ບຸນ​ກ​າເຕ, ພໍ່ແມ່ພີນ້ອງຊາວເຜົ່າຈຳ​ໄດ້​ຮັບ​ຂອງຂວັນ​ຫຼາຍ​ຢ່າງ, ພວກ​ບາ​ວສາວ​ໄດ້​ມີ​ໂອກາດ​ສະ​ແດງ​ວາດ​ຟ້ອນ​ຕາມ​ຈັງຫວະ​ຂອງ​ສຽງ​ກອງ ຈີ​ນັງ. ບັນດາ​ຜູ້ມີ​ຍົດ​ສັກ​ໄດ້​ທຳ​ພິທີ​ເປີດ​ປະຕູ​ທາດ​ຈາມ​ເພື່ອ​ບູຊາ​ເທວະ​ດາ​ຟ້າ​ແຖນ ພາວະນາ​ໃຫ້ພໍ່ແມ່ພີນ້ອງ ຊາວເຜົ່າຈຳຜູ້​ຢູ່​ໃກ້​ຫຼື​ໄກ​ມີ​ສຸຂະພາບ​​ເຂັ້ມ​ແຂງ, ລະດູ​ການ​ຜະລິດ​ໄດ້​ຮັບ​ຜົນ​ດີ ”

     ປີ​ນີ້, ກົງ​ກັບ​ໂອກາດງານ​ບຸນ​ກ​າເຕ, ກະຊວງ​ວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ ກໍ​ໄດ້​ຈັດວັນ​ບຸນ ວັດທະນະທຳ-ກິລາ ​ແລະ ທ່ອງ​ທ່ຽວ​ເຂດຊາວເຜົ່າຈຳ ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ ພໍ່ແມ່ພີນ້ອງ ຊາວເຜົ່າຈຳຢູ່​ແຂວງ, ນະຄອນ​ຕ່າງໆ​, ທັງ​ນີ້​ກໍ​ເຮັດ​ໃຫ້​ບັນຍາກາດ​ງານ​ບຸນ​ກາ​ເຕຍິ່ງ​ຄຶກຄື້ນ​ມ່ວນ​ຊື່ນ​ຂຶ້ນ​ຕື່ມ .

ຂ່າວ/ບົດ​ອື່ນ