ຟິມຮູບເງົາ “ຂີ້ເທົ່າເຫຼືອງເຫຼື້ອມ” ຂອງນັກກຳກັບການສະແດງ ບຸ່ຍທາກຈວຽນ ຍາດໄດ້ລາງວັນບາລຸນຄຳ ຢູ່ຝລັ່ງ

(VOVWORLD) - ທີ່ເຫດການນີ້, ລາງວັນອັນສູງສົ່ງປີນີ້ໄດ້ມອບໃຫ້ຟິມຮູບເງົາ “ຂີ້ເທົ່າເຫຼືອງເຫຼື້ອມ” ຍ້ອນລັກສະນະກະວີໂດຍຜູ້ກຳກັບສ້າງຂຶ້ນໃນຟິມ ແລະ ຍ້ອນມີນາງເອກ 3 ຄົນໃນຟິມທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມຂີ້ດື້.

ຟິມຮູບເງົາ ຫວຽດນາມ ທີ່ມີຫົວຂໍ້ວ່າ “Glorious Ashes” “ຂີ້ເທົ່າເຫຼືອງເຫຼື້ອມ” ຂອງນັກກຳກັບການສະແດງ ບຸ່ຍທາກຈວຽນ ຫາກໍ່ຍາດໄດ້ລາງວັນ ບາລຸນຄຳ -  ເຊິ່ງເປັນລາງວັນສູງສຸດທີ່ງານມະໂຫລານຟິມຮູບເງົາສາກົນ 3 ທະວີບ (Festival des Trois Continents) ຢູ່ ປະເທດ ຝລັ່ງ. ນີ້ແມ່ນງານມະໂຫລານຟິມຮູບເງົາຂະໜາດໃຫຍ່ສຳລັບຟິມຮູບເງົາຍຸກປະຈຸບັນຂອງ ອາຊີ.

        ທີ່ເຫດການນີ້, ລາງວັນອັນສູງສົ່ງປີນີ້ໄດ້ມອບໃຫ້ຟິມຮູບເງົາ “ຂີ້ເທົ່າເຫຼືອງເຫຼື້ອມ” ຍ້ອນລັກສະນະກະວີໂດຍຜູ້ກຳກັບສ້າງຂຶ້ນໃນຟິມ ແລະ ຍ້ອນມີນາງເອກ 3 ຄົນໃນຟິມທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມຂີ້ດື້.

        ຟິມຮູບເງົານີ້ຈະສາຍຢູ່ ຫວຽດນາມ ເລີ່ມແຕ່ວັນທີ 2 ທັນວາ 2022.

        ກ່ອນທີ່ຈະຄວ້າໄດ້ລາງວັນບາລຸນ, ຟິມຮູບເງົາ “ຂີ້ເທົ່າເຫຼືອງເຫຼື້ອມ” ໄດ້ຜ່ານເກືອບ 1.700 ຟິມໃນທົ່ວໂລກເພື່ອເປັນຟິມ ຫວຽດນາມ ທຳອິດ ໃນ 15 ຟິມຮູບເງົາຊ່ວງເສັງຊິງລາງວັນທີ່ງານມະຫລານ ຟິມຮູບເງົາໂຕກຽວ.

        ຟິມຮູບເງົານີ້ໄດ້ຖ່າຍທຳໃນທ້າຍປີ 2020 ຮອດເດືອນ ກຸມພາ 2021 ແລະ ເລີ່ມສາຍໃນທົ່ວໂລກຢູ່ງານມະຫລານ ຟິມຮູບເງົາ ໂຕກຽວ ຄັ້ງທີ 35 ປີ 2022.

ຕອບກັບ

ຂ່າວ/ບົດ​ອື່ນ